Header Ads

ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລາວ-ຈີນ



ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງຄະນະກຳມະການຮ່ວມມືລາວ-ຈີນ ແຫ່ງ ສປປ. ລາວ, ທ່ານ ນາງ ກ່າວຢ້ຽນ ຮອງລັດຖະມົນຕີກະຊວງການຄ້າຈີນໄດ້ນຳພາຄະນະຜູ້ແທນເສດຖະກິດ-ການຄ້າ ລັດຖະບານ ສປ. ຈີນ ມາຢ້ຽມຢາມ ສປປ. ລາວ ໃນລະຫວ່າງວັນທີ 10-12 ພຶດສະພານີ້ ໂດຍໃນໄລຍະຢ້ຽມຢາມ ຄະນະຜູ້ແທນຈີນໄດ້ ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ທັງໄດ້ພົບປະກັບ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ, ທັງເປັນປະທານຄະນະກຳມະການຮ່ວມມືລາວ-ຈີນ. ສອງຝ່າຍໄດ້ຮ່ວມກັນຈັດກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າລາວ-ຈີນ.


ສອງຝ່າຍໄດ້ສະຫລຸບຕີລາຄາ ແບບຮອບດ້ານກ່ຽວກັບໝາກຜົນການຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະການຢ້ຽມຢາມຂອງການນຳຂັ້ນສູງ ເປັນຕົ້ນໃນເດືອນພຶດສະພາ 2017 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສາກົນ (ໜຶ່ງແລວ ໜຶ່ງເສັ້ນທາງ) ໃນເດືອນພະຈິກປີດຽວກັນ ທ່ານສີຈິນຜິງ ປະທານປະເທດແຫ່ງ ສປ ຈີນ ກໍໄດ້ມາຢ້ຽມຢາມລັດຖະກິດ ສປປ ລາວ , ການນຳຂັ້ນສູງຂອງສອງປະເທດ ໄດ້ຕົກລົງເປັນເອກະພາບກັນ ໃນຫລາຍບັນຫາ, ພ້ອມທັງໄດ້ຮັບຜົນສຳເລັດຢ່າງໃຫຍ່ຫລວງ ໃນຂົງເຂດເສດຖະກິດ-ການຄ້າ. ພ້ອມທັງໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບບັນດາວຽກງານ ທີ່ຈະຈັດຕັ້ງປະຕິບັດຮ່ວມມື ດ້ານເສດຖະກິດ-ການຄ້າຂອງສອງຝ່າຍໃນຕໍ່ໜ້າ.


ສອງຝ່າຍເຫັນດີຈະນຳໃຊ້ມາດຕະການທີ່ມີປະສິດທິຜົນ ເພື່ອເສີມຂະຫຍາຍປະລິມານການຄ້າຂອງສອງຝ່າຍ. ຝ່າຍຈີນ ຍິນດີຈະເພີ່ມປະລິມານການນຳເຂົ້າສິນຄ້າຈາກລາວທີ່ຕະຫລາດຈີນມີຄວາມຕ້ອງການ. ຝ່າຍລາວຍິນດີ ຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ ຄັ້ງທຳອິດຂອງ ສປ ຈີນ ຕາມການເຊື້ອເຊີນ, ຝ່າຍຈີນ ກໍຈະສະໜັບສະໜູນ ແລະ ອຳນວຍຄວາມສະດວກທີ່ຈຳເປັນໃນການເຂົ້າຮ່ວມງານວາງສະແດງສິນຄ້າດັ່ງກ່າວ.


ພາຍໃຕ້ຂອບ ແນວຄິດລິເລີ່ມຮ່ວມກັນສ້າງ (ໜຶ່ງແລວ ໜຶ່ງເສັ້ນທາງ), ສອງຝ່າຍຍິນດີເພີ່າມທະວີ ການຮ່ວມມື ດ້ານໂຄງລ່າງພື້ນຖານ ຂະໜາດໃຫຍ່ຂອງສອງປະເທດ, ຕັ້ງໜ້າຊຸກຍູ້ການກໍ່ສ້າງແລວທາງເສດຖະກິດລາວ-ຈີນ, ສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຮັບປະກັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃຫ້ມີຄວາມຄືບໜ້າເປັນຢ່າງດີ. ສອງຝ່າຍມີຄວາມຊົມຊື່ນຍິນດີ ທີ່ເຫັນວ່າ ການລົງທຶນຂອງຈີນ ຢູ່ລາວ ມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈີນໄດ້ກາຍເປັນຜູ້ລົງທຶນຕ່າງປະເທດລາຍໃຫຍ່ອັນດັບໜຶ່ງຂອງລາວ. ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ ໂຄງການຮ່ວມມືຂະໜາດໃຫຍ່ເຊັ່ນ: ໂຄງການຮ່ວມມືເສດຖະກິດບໍ່ເຕັນ-ບໍ່ຫານ, ໂຄງການພັດທະນາກວມລວມໄຊເສດຖາ, ທາງດ່ວນວຽງຈັນ-ວັງວຽງ, ເຂດພັດທະນາຕົວແບບການຮ່ວມມືກະສິກຳທັນສະໄໝ, ໂຄງການເກືອໂປຕັດລາວ ແລະ ອື່ນໆ.




ສອງຝ່າຍມີຄວາມຍິນດີທີ່ເຫັນວ່າ ການສະໜັບສະໜູນດ້ານທຶນຮອນຂອງຝ່າຍຈີຍໃຫ້ແກ່ຝ່າຍລາວ ໄດ້ຊຸກຍູ້ຢ່າງມີປະສິດທິຜົນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວແບບຍືນຍົງ. ໂຄງການສຶກສາທາງໄກ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຄູອາຈານຢູ່ຊົນນະບົດ, ໂຄງການສ້າງແຜນແມ່ບົດຊັບພະຍາກອນທີ່ດິນ ແລະ ຮັກສາສິ່ງແວດລ້ອມ, ໂຄງການແສງສະຫວ່າງຊົນນະບົດ, ໂຄງການໂທລະພາບດີຈີຕອນຊົນນະບົດ, ໂຄງການສຸກສາລາຊົນນະບົດ, ໂຄງການສະໜອງນ້ຳເຂດຊົນນະບົດ ແລະ ໂຄງການລະບົບການຄ້າຜະລິດຕະພັນກະສິກຳ ໂດຍຜ່ານອິນເຕີເນັດ ລ້ວນແຕ່ມີຄວາມຄືບໜ້າດ້ວຍດີ; ໂຄງການຊ່ວຍເຫລືອໂຮງໝໍມະໂຫສົດ, ໂຄງການຊ່ວຍເຫລືອຫ້ອງອາຫານຫໍປະຊຸມແຫ່ງຊາດລາວ, ໂຄງການຊ່ວຍເຫລືອປັບປຸງລະບົບ ໄອຊີທີ ກະຊວງອຸດສາຫະກຳ ແລະ ການຄ້າ ລ້ວນແຕ່ຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດພາຍໃນປີນີ້; ເຂື່ອນໄຟຟ້າຫ້ວຍປາລາຍ ທີ່ເປັນໂຄງການນຳໃຊ້ເງິນກູ້ຢືມພິເສດ ກໍມີຄວາມພ້ອມທີ່ຈະປ່ອຍເງິນກູ້ ແລະ ຈະເລີ່ມລົງມືກໍ່ສ້າງໃນໄວໆນີ້. ຝ່າຍຈີນຍິນດີທີ່ຈະສືບຕໍ່ສະໜັບສະໜູນ ຊ່ວຍເຫລືອຝ່າຍລາວໃນດ້ານຕ່າງໆ ລວມທັງການພັດທະນາຊັບພະຍາກອນມະນຸດ ຕາມຄວາມສາມາດຂອງຕົນ, ພິຈາລະນາສະໜອງເງິນສິນເຊື່ອ ໃຫ້ແກ່ໂຄງການທີ່ຖືກຕາມເງື່ອນໄຂ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງລາວ. ຝ່າຍລາວສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນ ອັນລ້ຳຄ່າທີ່ມີມາເປັນເວລາຍາວນານຂອງຝ່າຍຈີນ.


ສອງຝ່າຍເຫັນດີຈະເພີ່ມການປະສານງານ ແລະ ການຮ່ວມມືກັນ ໃນຂອບເຂດການຮ່ວມມືຫລາຍຝ່າຍເຊັ່ນ: ການຮ່ວມມືຂອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຈີນ-ຊຽນ, RCEP ແລະ ອື່ນໆ, ຮ່ວມກັນຊຸກຍູ້ການເຈລະຈາ RCEP ໃຫ້ສໍາເລັດໂດຍໄວ.
ພາຍໃຕ້ການຊີນຳ ແບບຍຸດທະສາດການນຳຂອງສອງປະເທດ ສອງຝ່າຍຍິນດີ ລົງເລິກຊຸກຍູ້ ການຮ່ວມມືດ້ານເສດຖະກິດ-ການຄ້າຂອງສອງຝ່າຍ ໃນຂອບໜຶ່ງແລວທາງ ໜຶ່ງເສັ້ນທາງ ຮັດແໜ້ນສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລາວ-ຈີນ ໃຫ້ນັບມື້ເລິກເຊິ່ງ.

ພາບ ແລະ ຂ່າວ : CRI  FM 93 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.