Header Ads

ແຂວງຫຼວງພະບາງ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໄດ້ 251 ໂຄງການ ໃນປີ 2017 ຜ່ານມາ



ໃນວັນທີ 10 ພຶດສະພາ 2018 ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົບຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ປະຈໍາປີ 2017 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສິງຕັນ ໄຊລື່ຊົ່ງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ, ມີບັນດາສະມາຊິກສະພາປະຊາຊົນແຂວງ, ບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງເຂົ້າຮ່ວມ.



ທ່ານ ສິງຕັນ ໄຊລື່ຊົ່ງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານປີ 2017 ຜ່ານມາ ແລະ ກໍານົດທິດທາງເຄື່ອນໄຫວວຽກງານປີ 2018 ຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ( ຄສຜງ ) ຂອງສະພາປະຊາຊົນ ແຂວງຫຼວງພະບາງ ໃນນາມເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ປະຊາຊົນ, ການຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ກໍ່ຄືການເຄື່ອນໄຫວວຽກງານຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຈາກບັນດາພະແນກການ,ເມືອງ ແລະ ໂຄງການລົງທຶນຕ່າງໆພາຍໃນແຂວງຢ່າງເປັນປົກກະຕິ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ແລະ ບັນຫາສໍາຄັນຕ່າງໆຂອງແຂວງໄດ້ຮັບການພິຈາລະນາ ແລະ ຮັບຮອງຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນລຸແຜນການທີ່ວາງໄວ້.


ກອງປະຊຸມໄດ້ຮັບຟັງມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງຫຼວງພະບາງ ສະບັບເລກທີ 57/ຄປຈ.ຫຼ ລົງວັນທີ 16 ກັນຍາ 2016 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງ ຄສຜງ; ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ຄສຜງ ສະພາປະຊາຊົນແຂວງ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018, ການປະກອບຄວາມເຫັນ ແລະ ລາຍງານກ່ຽວກັບການຕິດຕາມກວດກາ ແລະ ການຄຸ້ມຄອງກ່ຽວກັບຜົນຮ້າຍຂອງການນໍາໃຊ້ສານເຄມີພາກກະສິກໍາ, ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ; ການປະກອບຄວາມເຫັນ ແລະ ລາຍງານກ່ຽວກັບມາດຕະການຄຸ້ມຄອງວຽກງານກໍ່ ສ້າງ – ສ້ອມແປງຂົວທາງ ແລະ ເຄຫາສະຖານໃຫ້ມີຄຸນນະພາບ. ນອກນີ້, ບັນດາຜູ້ແທນກອງປະຊຸມກໍ່ໄດ້ສຸມໃສ່ຄົ້ນຄວ້າພິຈາລະນາແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງເລິກເຊິ່ງ.

ຂ່າວ: ເພັດສາຄອນ ສິມມະວົງ  (ນສພ ເສດຖະກິດ-ການຄ້າ)

No comments

Powered by Blogger.