Header Ads

ປກສ ເມືອງທ່າປາງທອງ ກັກຕົວຜູ້ຄ້າຂາຍຢາເສບຕິດພ້ອມຂອງກາງເກືອບ 2 ພັນເມັດ ຢູ່ທີ່ເຮືອນຂອງຜູ້ກ່ຽວ



ໃນທ້າຍເດືອນເມສາຜ່ານມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດຕ້ານ ແລະສະກັດກັ້ນຢາເສບຕິດ ກອງບັນຊາການ ປກສ ເມືອງທ່າປາງທອງ ສາມາດໄດ້ຄັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ຊື່ ນາງ ລໍາ ອາຍຸ 36 ປີ, ອາຊີບເຮັດນາຢູ່ບ້ານບຸດຕະພານ ເມືອງທ່າປາງທອງ ພ້ອມຂອງກາງຢາບ້ານຳຜູ້ກ່ຽວຈຳນວນ 1.927 ເມັດ ຢູ່ທີ່ເຮືອນຂອງຜູ້ກ່ຽວ.



ພາຍຫຼັງທີ່ໄດ້ຮັບເບາະແສແຫຼ່ງຂ່າວລາຍງານວ່າ: ມີກຸ່ມເປົ້າໝາຍຈໍານວນໜຶ່ງ ທີ່ເຄື່ອນໄຫວລັກລອບຄ້າຂາຍຢາເສບຕິດໃຫ້ກັບຊາວໜຸ່ມ, ໄວໜຸ່ມເຂດບ້ານໃກ້ຄຽງ, ຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງທ່າປາງທອງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຕິດຕາມ, ຮອດເວລາ 7 ໂມງ 30 ນາທີຂອງວັນດຽວກັນນັ້ນ ຈຶ່ງສາມາດກັກຕົວຜູ້ກ່ຽວໄດ້ ແລ້ວນຳມາສຶບສວນສອບສວນ.


ໂດຍເບື້ອງຕົ້ນ ຜູ້ກ່ຽວໃຫ້ສາລະພາບວ່າ: ຢາຈຳນວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້, ພ້ອມທັງນີ້ ຍັງໄດ້ໃຫ້ການຊັດທອດໄປຍັງກຸ່ມເປົ້າໝາຍອີກຈຳນວນ 2 ຄົນ, ດັ່ງນັ້ນເຈົ້າໜ້າທີ່ ຈຶ່ງໄດ້ສຶບຕໍ່ໄປຕິດຕາມ ພ້ອມທັງກັກຕົວພວກກ່ຽວໄດ້ໃນເວລາຕໍ່ມາຄື: ທ້າວ ຫຼ້າ ອາຍຸ 32 ປີ, ອາຊີບເຮັດນາ ຢູ່ບ້ານໂນນຈານ ແລະທ້າວ ຊຽງນ້ອຍ ອາຍຸ 17 ປີ ອາຊີບເຮັດນາ ຢູ່ບ້ານນາເລົາ ເມືອງທ່າປາງທອງ, ເຊິ່ງຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ເພື່ອສະຫຼຸບສຳນວນຄະດີ ເພື່ອສົ່ງໃຫ້ໄອຍະການສັງຟ້ອງໃຫ້ສານຕັດສິນລົງໂທດຕາມລະບຽບກົດໝາຍຕໍ່ໄປ.


© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.