Header Ads

ເຫດລົດປີ້ນທີ່ ຊະນະສົມບູນ ບາດເຈັບ 2 ຄົນ




ແຂວງຈຳປາສັກ: ອີງຕາມການລາຍງານຈາກໜ່ວຍກູ້ໄພ 1623 ຈຳປາສັກ ວ່າ ໃນວັນທີ 9/5/2018 ເວລາ 01 : 45 ເກີດອຸບັດຕິເຫດ ລົດປີ້ນ ໂດຍຈຸດເກີດເຫດ ແມ່ນຢູ່ເຂດຫລັກ 22 ເມືອງ ຊະນະສົມບູນ ແຂວງ ຈຳປາສັກ. ໜ່ວຍກູ້ໄພມູນນິທິ 1623 ຮອດຈຸດເກີດເຫດພົບຜູ້ ບາດເຈັບ 02 ຄົນ (ເພດ ຊາຍ 01 ເພດ ຍິງ 01)



ຜູ້ທີ 1 ເປັນເພດຍິງ ອາຍຸ 45ປີ ອາຊີບ ຄ້າຂາຍ ບ້ານຢູ່ປະຈຸບັນນາກະລາ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ. ເຊິ່ງອາການເບື້ອງຕົ້ນ ແຂນຜິດຮູບ ເບື້ອງຂວາ ແຫລະ ມີບາດແຜເຖີ້ເຫຼື້ນຕາມຫຼັງ.


ຜູ້ທີ 2 ເປັນເພດຊາຍ ອາຍຸ 46ປີ ອາຊີບ ຄ້າຂາຍ ບ້ານຢູ່ປະຈຸບັນນາກະລາ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ. ອາການເບື້ອງຕົ້ນ ແມ່ນວີນຫົວ ມີບາດແຜເຖີ້ເຫຼື້ນເລັກນ້ອຍ.ດັ່ງນັ້ນ ໜ່ວຍກູ້ໄພມູນນິທິ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍແຂວງເປັນທີ່ຮຽບຮ້ອຍ. ສ່ວນສະພາບລົດແມ່ນເພເສຍຫາຍສົມຄວນ.



ພາບ-ຂ່າວ : 1623 ຈຳປາສັກ
ບາດເຈັບ ອຸປະຕິເຫດສຸກເສີນ ໂທ 1623 ຫຼື 0304912875 ຕະຫຼອດ 24 ຊົ່ວໂມງ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.