Header Ads

ເມືອງສັງທອງລາຍງານ ມີຜູ້ເສຍຊີວິດຈາກອຸບັດຕິເຫດ 10 ຄົນໃນປີ 2017




ເມືອງສັງທອງ ນະຄອນຫຼວງວຽງຈັນ ເປັນເມືອງໜຶ່ງທີ່ມີເສັ້ນທາງເລກທີ 11 ຜ່ານແຕ່ເໜືອເຖິງໃຕ້ ເຊິ່ງເປັນເສັ້ນ ທາງເຂົ້າ-ອອກເມືອງ ແລະ ຂັບເຄື່ອນເສດຖະກິດຂອງເມືອງ; ໃນແຕ່ລະວັນລົດຈໍານວນຫຼວງຫຼາຍເປັນຕົ້ນແມ່ນ: ລົດແກ່ຫີນ-ດິນ-ຊາຍ, ລົດໂດຍສານສອງແຖວ, ລົດເມໂດຍສານ, ລົດຂົນສົ່ງສິນຄ້າ ແລະອື່ນໆ ທຽວເສັ້ນທາງດັ່ງ ກ່າວ; ເຊິ່ງລົດຈໍານວນທີ່ກ່າວມານີ້ ນັກຂັບຂີ່ສ່ວນໜຶ່ງຍັງບໍ່ປະຕິບັດລະບຽບການສັນຈອນເຊັ່ນ: ໃຊ້ຄວາມໄວເກີນ ກໍານົດ, ແຊງບໍ່ຮັບປະກັນ, ລ້ຽວບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ ແລະອື່ນໆ ເປັນສາເຫດຫຼັກເຮັດໃຫ້ເກີດ ອຸບັດຕິເຫດຕາມມາສະແດງອອກໃນປີຜ່ານມາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 36 ຄັ້ງ ແລະ ມີຜູ້ເສຍຊີວິດ 10 ຄົນ.
ພັຕ ໄພທູນ ມະນີວົງ ຫົວໜ້າກອງຕຳຫຼວດຈະລາຈອນເມືອງສັງທອງ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ທົ່ວເມືອງສັງທອງ ມີອຸບັດຕິເຫດເກີດຂຶ້ນທັງໝົດ 36 ຄັ້ງ ຫຼຸດລົງຈາກປີຜ່ານມາທັງໝົດ 20 ຄັ້ງ; ໃນນັ້ນ, ລົດຈັກຕໍາລົດຈັກ 7 ຄັ້ງ, ລົດຈັກຕໍາລົດໃຫຍ່ 19 ຄັ້ງ, ລົດຈັກຕໍາລົດໄຖນາເດີນຕາມ 5 ຄັ້ງ, ລົດຍົນຕໍາຄົນຍ່າງ 2 ຄັ້ງ, ລົດຈັກຕໍາລົດຖີບ 2 ຄັ້ງ, ລົດຈັກຕໍາລົດບັນທຸກ 1 ຄັ້ງ; ຈາກສະພາບອຸບັດຕິເຫດທີ່ເກີດຂຶ້ນ ມີຜູ້ໄດ້ຮັບບາດເຈັບທັງໝົດ 58 ຄົນ, ບາດ ເຈັບເລັກໜ້ອຍ 25 ຄົນ, ບາດເຈັບສົມ ຄວນ 16 ຄົນ, ບາດເຈັບສາຫັດ 11 ຄົນ ແລະ ເສຍຊີວິດທັງໝົດ 10 ຄົນ, ທຽບໃສ່ປີຜ່ານມາຜູ້ເສຍຊີວິດຫຼຸດລົງ 4 ຄົນ; ພາຫະນະເປ່ເພທັງໜົດ 51 ຄັນ, ເປ່ເພເລັກໜ້ອຍ 23 ຄັນ, ສົມຄວນ 23 ຄັນ, ໃຊ້ການບໍ່ໄດ້ 5 ຄັນ, ສ້າງຜົນເສຍຫາຍເປັນເງິນທັງໝົດ 775.350.000 ກີບ; ກຸ່ມທີ່ມັກເກີດອຸບັດຕິເຫດຫຼາຍກວ່າໝູ່ປະກອບມີ: ກຸ່ມ 2 ເກີດຂຶ້ນ 19 ຄັ້ງ, ກຸ່ມ 1 ເກີດຂຶ້ນ 14 ຄັ້ງ, ກຸ່ມ 3-4-5 ແມ່ນເກີດຂຶ້ນກຸ່ມລະ 1 ຄັ້ງ.
ນອກນີ້, ຍັງໄດ້ເອົາໃຈໃສ່ໃນການລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຕາມໂຮງຮຽນມັດທະຍົມສົມບູນຕ່າງໆໄດ້ 5 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 665 ຄົນ ຍິງ 270 ຄົນ, ໄດ້ສົມທົບກັບຫ້ອງການໂຍທາເມືອງລົງສຶກສາອົບ ຮົມ ແລະ ວາງມາດຕະການກັບລົດຂົນສົ່ງນັກຮຽນໄດ້ 5 ຄັ້ງ ມີໂຊເຟີ້ລົດ ໂດຍສານເຂົ້າຮ່ວມ 47 ຄົນ, ໄດ້ຈັດຕັ້ງກໍາລັງຈະລາຈອນອອກກວດກາພາຫະ ນະຕາມຈຸດຕ່າງໆ ແລະ ອອກກວດກາ ອາທິດສັນຈອນໄດ້ 66 ຄັ້ງ, ໄດ້ສຶກສາ ອົບຮົມນັກຂັບຂີ່ທີ່ລະເມີດລະບຽບການສັນຈອນໄດ້ 477 ຄົນ ຍິງ 79 ຄົນ, ກັກໃບຂັບຂີ່ໄດ້ 65 ໃບ, ກັກທະບຽນລົດໄດ້ 44 ໃບ ແລະ ເອກະສານອື່ນໆ ໄດ້ 12 ສະບັບ; ນອກນີ້, ຍັງສາມາດກັກລົດຈັກບໍ່ມີເອກະສານໄດ້ 8 ຄັນ, ກັກລົດໃຫຍ່ບໍ່ມີເອກະສານ ແລະ ເອກະສານບໍ່ຖືກຕ້ອງ 2 ຄັນ, ສະກັດ ແລະ ກັກລົດທີ່ຖືກຄົນຮ້າຍລັກມາໄດ້ 3 ຄັນ ພ້ອມຜູ້ຖືກຫາ 3 ຄົນ, ຢຶດຢາເສບຕິດປະເພດຢາບ້າໄດ້ 3.318 ເມັດ ພ້ອມ ຜູ້ຖືກຫາ 8 ຄົນ, ຢຶດຢາໄອສ໌ໄດ້ 1,5 ກິໂລກຼາມ ພ້ອມຜູ້ຖືກຫາ 1 ຄົນ, ສ່ວນ ຜູ້ຖືກຫາ ແລະ ຂອງກາງ ເຈົ້າໜ້າທີ່ຕໍາ ຫຼວດຈະລາຈອນສົ່ງໃຫ້ພາກສ່ວນທີ່ ກ່ຽວຂ້ອງດໍາເນີນຄະດີຕາມກົດໝາຍ.
ໃນປີນີ້, ກອງຮ້ອຍຕໍາຫຼວດຈະລາຈອນ ເມືອງສັງທອງ ຈະສືບຕໍ່ລົງໂຄສະນາເຜີຍແຜ່ລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນ, ນັກຮຽນ-ນັກສຶກສາໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນ; ເປີດຝຶກອົບຮົມວຽກງານວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບຈະລາຈອນທົ່ວເມືອງ; ຍົກສູງປະສິດທິ ພາບໃນການຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະໃຫ້ສູງຂຶ້ນ, ລົງປະຈໍາຄອຍເຫດຕາມປ້ອມ-ປະຈໍາຈຸດກວດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງເພື່ອຕິດຕາມສະພາບການສັນຈອນ ແລະ ແກ້ໄຂສະພາບການເຊິ່ງໜ້າຕ່າງໆ ຂອງສະພາບເສັ້ນທາງໃຫ້ທັນເວລາ; ສຸມໃສ່ການແກ້ໄຂຄະດີອຸບັດຕິເຫດໃຫ້ ຖືກຕ້ອງຕາມຫຼັກການ ແລະ ກົດໝາຍໂດຍປະຕິບັດຕາມຫຼັກການນິຕິທໍາ; ປັບປຸງໂຄງການຫຼຸດຜ່ອນອຸບັດຕິເຫດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ນໍາພາຈັດຕັ້ງດໍາເນີນຕາມຂັ້ນຕອນເຮັດໃຫ້ອຸບັດຕິເຫດຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ພາບ-ຂ່າວ: ນສພ ຄວາມສະຫງົບ/ທັນເຫດການ 
© ຈໍາປາໂພສ |  www.champapost.com
________

No comments

Powered by Blogger.