Header Ads

ອົງການກາແດງລາວແຂວງຫຼວງພະບາງມອບເຄື່ອງຊ່ວຍເຫຼືອບັນເທົາໄພພິບັດຢູ່ເມືອງຊຽງເງິນ



ວັນທີ 30 ເມສາ  2018 ຜ່ານມານີ້, ທ່ານບຸນນາກເພັດສຸພັນ ຮອງຫົວໜ້າອົງການກາແດງລາວແຂວງຫຼວງພະບາງ,ໄດ້ມອບສັງກະສີ300ແຜ່ນ;ຜ້າຫົ່ມ30ຜືນແລະສາດປູ30ຜືນ ມູນຄ່າ12ລ້ານ5ແສນ4ໝື່ນກີບ,ໃຫ້ແກ່ທ່ານສາຍສະໝອນທິດາກອນ ເຈົ້າເມືອງຊຽງເງິນ ເພື່ອຊ່ວຍເຫຼືອບັນເທົາໄພພິບັດພະຍຸລະດູຮ້ອນ,ທີ່ພັດເຂົ້າເທດສະບານເມືອງຊຽງເງິນ ໃນວັນທີ25ເມສາຜ່ານມາ.



ການມອບ-ຮັບໄດ້ມີຂຶ້ນທີ່ສຳນັກງານຫ້ອງວ່າການປົກຄອງເມືອງຊຽງເງິນ,ໂດຍມີທ່ານເພັງຄຳມະວົງ ຮອງເຈົ້າເມືອງ-ປະທານປ້ອງກັນ-ຄວບຄຸມ ຕ້ານໄພພິບັດຂັ້ນເມືອງຊຽງເງິນ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດດັ່ງກ່າວ ທ່ານເຈົ້າເມືອງຊຽງເງິນ,ໄດ້ມີຄຳເຫັນກ່າວສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງສູງ,ຕໍ່ອົງການກາແດງລາວແຂວງຫຼວງພະບາງ ຊື່ງເປັນພາກສ່ວນທຳອິດທີ່ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ເມືອງຊຽງເງິນເວົ້າລວມ,ເວົ້າໂດຍສະເພາະຕໍ່ກັບພໍ່-ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ,ທີ່ບໍ່ເພີ່ງປາຖະໜາເກີດຂຶ້ນ ໃນວັນທີ25ເມສາຜ່ານມາ,ພ້ອມທັງໄດ້ຢືນຢັນວ່າ ຈະນຳເອົາເຄື່ອງຊ່ວຍເຫຼືອ ທີ່ທາງອົງການກາແດງລາວມອບໃຫ້ນັ້ນ ໄປແຈກຢາຍໃຫ້ເຖີງມືຂອງຜູ້ຖືກຜົນກະທົບ,ຕາມເປົ້າໝາຍກໍຄືຈຸດປະສົງຂອງອົງການກາແດງລາວແຂວງຫຼວງພະບາງຢ່າງທົ່ວເຖີງ,ພ້ອມທັງໄດ້ມອບໃບຍ້ອງຍໍຂອງເຈົ້າເມືອງຊຽງເງິນ ໃຫ້ແກ່ທ່ານບຸນນາກເພັດສຸພັນ ເພື່ອຍ້ອງຍໍສັນລະເສີນຜົນງານການຊ່ວຍເຫຼືອໃນຄັ້ງນີ້.



ອີງຕາມການລາຍງານຂໍ້ມູນຫຼ້າສຸດ ຂອງຄະນະກຳມະການປ້ອງກັນ-ຄວບຄຸມ ຕ້ານໄພພິບັດຂັ້ນເມືອງຊຽງເງິນ,ໃນວັນທີ29ເມສາ ໃຫ້ຮູ້ວ່າ: ລົມພະຍຸລະດູຮ້ອນ ທີ່ພັດເຂົ້າເທດສະບານເມືອງຊຽງເງິນ ໃນວັນທີ25ເມສາປີ2018ນີ້,ໄດ້ກໍ່ຄວາມເສຍຫາຍທາງດ້ານວັດຖຸ-ຊັບສິນທີ່ຢູ່ອາໄສ ຂອງປະຊາຊົນ407ຫຼັງຄາເຮືອນແລະບັນດາສຳນັກງານກົມກອງ,ໂຮງຮຽນ,ຮ້ານອາຫານຕະຫຼອດຮອດໂຮງງານເຟີນີເຈີຈຳນວນໜື່ງ,ຊື່ງຕົກເປັນມູນຄ່າເສຍຫາຍທັງໝົດ1,206,231 000ກີບ,ຕໍ່ສະພາບດັ່ງກ່າວ ທາງຄະນະກຳມະການປ້ອງກັນ-ຄວບຄຸມ ຕ້ານໄພພິບັດເມືອງຊຽງເງິນ,ຮຽກຮ້ອງມາຍັງທຸກພາກສ່ວນສັງຄົມ ທັງພາກລັດແລະເອກະຊົນພາຍໃນແລະອົງການຈັດຕັ້ງສາກົນ,ຈົ່ງປະກອບສ່ວນທັງທາງດ້ານວັດຖຸ-ປັດໄຈບັນເທົາໄພ ເຂົ້າໃນການແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດຄັ້ງນີ້,ເພື່ອເປັນຂັວນກຳລັງໃຈຜູ້ຖືກຜົນກະທົບ ໄດ້ມີຄວາມອຸ່ນອ່ຽນ,ຕັ້ງໜ້າປັບປຸງ-ປົວແປງຊີວິດການເປັນຢູ່ ແກ້ໄຂຜົນກະທົບ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ .





ພາບ-ຂ່າວ: ເຫລັກໄຊ ຄົດໄຊໂຍ


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.