Header Ads

ກອງປະຊຸມສຸດຍອດ GMS6 ສິ້ນສຸດຢ່າງຈົບງາມ




ກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 6 (GMS6) ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 31 ມີນາ ຢູ່ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕາງຫນ້າປະເທດເຈົ້າພາບຈັດກອງປະຊຸມ.
ເຂົ້າຮ່ວມກອງປະຊຸມຍັງມີບັນດາການນຳບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ, ປະທານທະນາຄານພັດທະນາອາຊີ (ADB), ຜູ້ຕາງຫນ້າທະນາຄານໂລກ, ຜູ້ຕາງຫນ້າ ອາຊຽນ, ຜູ້ຕາງຫນ້າທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ, ສະພາດຳເນີນທຸລະກິດ GMS, ຜູ້ຕາງຫນ້າພາກເອກະຊົນ, ບັນດາຄູ່ຮ່ວມມືພັດທະນາ.



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວວ່າ:“ດ້ວຍບັນດາຜົນງານທີ່ຫນ້າເອກອ້າງທະນົງໃຈ ຊື່ງ GMS ບັນລຸໄດ້ຢູ່ລຳແມ່ນຳຂ້ອງ ໃນ 25 ປີຜ່ານມາ ດ້ວຍຄວາມຕັດສິນໃຈຂອງບັນດາລັດຖະບານ ແລະ ຄວາມເປັນຈິດຫນຶ່ງໃຈດຽວຂອງປະຊາຊົນ ພ້ອມກັບການຮ່ວມເດີນທາງຂອງ ADB ແລະ ບັນດາຄູ່ຮ່ວມມືພັດທະນາ, GMS ມີຄວາມເຊື່ອໝັ້ນວ່າຕົນເອງຈະສືບຕໍ່ກ້າວຂຶ້ນດ້ວຍບົດບາດແມ່ນກົນໄກຮ່ວມມືທຳອິດ, ມີບົດບາດຫລັກແຫລ່ງຢູ່ພາກພື້ນແມ່ນ້ຳຂອງເພື່ອສັນຕິພາບ, ການພັດທະນາແບບຍືນຍົງ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນທຸກຄົນ.”

ບັນດາການນຳ GMS ແລະ ຜູ້ຕາງຫນ້າບັນດາຄູ່ຮ່ວມມືລ້ວນແຕ່ໃຫ້ທັດສະນະວ່າ: GMS ພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່ ດ້ວຍບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ກອງປະຊຸມຕີລາຄາສູງເລື່ອງສ້າງແຜນການດຳເນີນງານຮ່າໂນ້ຍ 2018- 2022 ພ້ອມກັບກອບການລົງທຶນພາກພື້ນຮອດປີ 2022 ປະມານ 220 ໂຄງການ ແລະ ການສະໜັບສະຫນູນທາງດ້ານເຕັກນິກ ດ້ວຍຍອດມູນຄ່າປະມານ 66 ຕື້ USD. ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ເວົ້າວ່າ: 

“ຂ້າພະເຈົ້າເຫັນດີຕໍ່ກັບບັນດາເອກະສານນັ້ນ ແລະ ນີ້ຈະແມ່ນໝາກຜົນຂອງວິວັດການຮ່ວມມືຂອງພວກເຮົາ. ພວກເຮົາຄວນສືບຕໍ່ຊຸກຍູ້ບັນດາໂຄງການເຊື່ອມຈອດແລວເສດຖະກິດເຫນືອ-ໃຕ້, ແລວເສດຖະກິດຕາເວັນອອກ- ຕາເວັນຕົກ ແລະ ແລວເສດຖະກິດພາກໃຕ້ຢູ່ທາງທິດໃຕ້ຂອງໄທເພື່ອຊຸກຍູ້ການເຕີບໂຕ. ນອກນັ້ນ ການເຊື່ອມຕໍ່ສາຍທາງລົດໄຟກໍ່ແມ່ນບັນຫາສຳຄັນ ຊ່ວຍເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດພວກເຮົາ.” ສຳລັບແຜນການດຳເນີນງານຮ່າໂນ້ຍ 2018-2022 ໄດ້ຮັບການຮັບຮອງເອົາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ເລີ່ມຕົ້ນເລື່ອງສ້າງວິໄສທັດຮ່ວມມື GMS ຮອດປີ 2030. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ້າວວ່າ: "ອັນດັບນຶ່ງ ແມ່ນພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການເຊື່ອມຈອດພາກພື້ນ. ; ສອງ ຊຸກຍູ້ການ ເຊື່ອມຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນດ້ານການຄ້າ ການລົງທຶນ; ສາມ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ; ສີ່ ສ້າງ GMS ກາຍເປັນປະຊາຄົມທີ່ມີີຜົນປະໂຫຍດຮ່ວມກັນ, ພ້ອມກັນຮັບມື, ແກ້ໄຂສິ່ງທ້າທາຍລວມຢ່າງແທ້ຈິງ; ຫ້າ GMS ຄວນເສີມຂະຫຍາຍກົນໄກຮ່ວມມືເປີດ ໂດຍມີການເຂົ້າຮ່ວມຂອງບັນດາປະເທດ, ບັນດາຄູ່ຮ່ວມມືພັດທະນາ, ບັນດາອົງການການເງິນສາກົນ ແລະ ປະຊາຄົມວິສາຫະກິດ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ພວກເຮົາທັງໝົດ.”ຢືນຢັນການສະຫນັບສະຫນູນຢ່າງແຮງຂອງຈີນສຳລັບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ທ່ານ ຫວາງອີ ກຳມະການຄະນະລັດຖະບານຈີນ, ລັດຖະມົນຕີການຕ່າງປະເທດຈີນ ຊີ້ແຈ້ງວ່າ:

“ຂອບເຂດການລົງທຶນພາກພື້ນທີ່ຮັບຮອງເອົາຢູ່ກອງປະຊຸມນີ້ ດ້ວຍ 200 ໂຄງການ ໃນໄລຍະ 5 ປີຈະມາເຖິງ ຈະແມ່ນບາດກ້າວຕໍ່ໄປໃນການຮ່ວມມືລະຫວ່າງພວກເຮົາ. ຈີນເຂົ້າຮ່ວມຢ່າງແຫນ້ນແຟ້ນ ແລະ ເປັນເຈົ້າການຊ່ວຍເຫຼືອດ້ານການເງິນ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດແຜນການນີ້ເພື່ອປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ.”ທ່ານປະທານທະນາຄານພັດທະນາ ອາຊີ ADB Takehi Nakao ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ພິເສດ ຫວຽດນາມ ເປັນຄັ້ງທຳອິດຈັດຕັ້ງເວທີປາໄສສຸດຍອດວິສາຫະກິດ GMS.ພ້ອມກັນນັ້ນ ADB ກໍ່ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບ GMS ໃນການປະຕິບັດເປົ້າໝາຍສ້າງພາກພື້ນພັດທະນາແບບຍືນຍົງ, ເຊື່ອມໂຍງ. ໃນໂອກາດນີ້ ກໍໄດ້ມີພິທີມອບ-ຮັບບົດບາດປະທານສະພາດຳເນີນທຸລະກິດ GMS ຈາກປະເທດກຳປູເຈຍ ໃຫ້ປະເທດລາວເຮົາ. 

ທີ່ມາ:  VOV WORLD
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.