Header Ads

ສາລະວັນ ເປີດປີທ່ອງທ່ຽວລາວ 2018 ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ແສນຄົນ



ອໍານາດການປົກຄອງແຂວງສາລະວັນໄດ້ເປີດງານສະເຫລີມສະຫລອງປີທ່ອງທ່ຽວລາວ 2018 ຢ່າງຄຶກຄື້ນມ່ວນຊື່ນໃນວັນ ທີ 2 ເມສາ 2018 ທີ່ແຂວງສາລະ ວັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ທັງເປັນປະທານ ຄະນະຮັບຜິດຊອບຊີ້ນຳວຽກງານທ່ອງທ່ຽວລະດັບຊາດ, ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ, ບັນດາລັດຖະມົນຕີ, ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ, ຄະ ນະຊີ້ນຳ, ອະນຸກຳມະການ, ກອງ ເລຂາຊ່ວຍວຽກນັບທັງຂັ້ນແຂວງ, ເມືອງ ແລະ ມວນຊົນຊາວເມືອງ ສາລະວັນ ເຂົ້າຮ່ວມ.
ການເປີດງານທ່ອງທ່ຽວຄັ້ງນີ້ ຈະດໍາໄປເປັນເວລາ 7 ວັນລະຫວ່າງ 2- 8 ເມສາ 2018 ພ້ອມຕັ້ງເປົ້າ ໝາຍຈະສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 100.000 ຄົນ ພາຍໃນປີ 2018 ນີ້. 



ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ກ່າວວ່າ: ວຽກງານທ່ອງທ່ຽວຖືເປັນຂະ ແໜງເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວເຊິ່ງແຂວງ ສາລະວັນ ກໍໄດ້ຖືເອົາການທ່ອງ ທ່ຽວເປັນຂະແໜງບຸລິມະສິດໜຶ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເປັນຂະແໜງການໜຶ່ງ ທີ່ພາໃຫ້ມີການສະສົມເງິນຕາພາຍໃນປະເທດເປັນຢ່າງດີ, ສ້າງວຽກ ເຮັດງານທໍາໃຫ້ແກ່ປະຊາຊົນໃນ ຂົງເຂດບໍລິການ ແລະ ການຜະລິດ ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ, ໂດຍຖືເປັນການ ສົ່ງອອກກັບທີ່ ແລະ ກະຈາຍລາຍໄດ້ ໄປສູ່ທ້ອງຖິ່ນກໍຄືເຂດຊົນນະບົດ ຫ່າງໄກສອກຫລີກ, ພ້ອມກັນນັ້ນ ແຂວງສາລະວັນ ຍັງຖືເອົາການ ພັດທະນາ ແລະ ສົ່ງເສີມການທ່ອງ ທ່ຽວເປັນການເປີດກວ້າງການພົວ ພັນຮ່ວມມືກັບພາຍນອກອີກດ້ວຍ ຜ່ານມາ ແຂວງສາລະວັນ ໄດ້ຈັດ ງານປີທ່ອງທ່ຽວມາແລ້ວ 2 ຄັ້ງ ເຮັດໃຫ້ນັກທ່ອງທ່ຽວມີຈຳນວນ ເພີ່ມຂຶ້ນໃນແຕ່ລະປີເມື່ອເຫັນໄດ້ ທ່າແຮງດັ່ງກ່າວໃນ ປີ 2018 ຈຶ່ງ ໄດ້ສືບຕໍ່ຈັດປີທ່ອງທ່ຽວອີກເປັນ ເທື່ອທີ 3 ຄາດຄະເນຈະດຶງດູດນັກ ທ່ອງທ່ຽວເຂົ້າມາແຂວງສາລະວັນ ບໍ່ຫລຸດ 100.000 ຄົນ, ສ້າງ ລາຍຮັບ ປະມານ 15 ລ້ານໂດລາ, ແຂວງສາລະວັນ ມີແຫລ່ງທ່ອງ ທ່ຽວຈຳນວນ 96 ແຫ່ງ, ໃນນັ້ນ ແຫລ່ງທ່ອງທ່ຽວທາງທຳມະຊາດ 53 ແຫ່ງ, ແຫລ່ງທ່ອງທ່ຽວວັດ ທະນະທຳ 37 ແຫ່ງ, ແຫລ່ງທ່ອງ ທ່ຽວປະຫວັດສາດ 6 ແຫ່ງ. 





ກິດຈະກຳປີທ່ອງທ່ຽວ 2018 ນີ້ ໄດ້ ຈັດໃຫ້ມີຫລາຍກິດຈະກຳເປັນຕົ້ນ ແມ່ນການຈັດປີທ່ອງທ່ຽວຂອງ ບັນດາເມືອງໃນ 8 ຕົວເມືອງ ແລະ ບ້ານຊົນເຜົ່າອ້ອມຂ້າງທີ່ຕິດພັນກັບ ງານບຸນປະເພນີຂອງແຕ່ລະເຜົ່າ ແລະ ເທສະການຕ່າງໆເຊັ່ນ: ການ ຈັດງານວາງສະແດງຕະຫລາດນັດ ການຊື້-ຂາຍສິນຄ້າຂອງຜູ້ປະກອບ ການຈາກພາຍໃນ ແລະຕ່າງປະເທດ ປະມານ 140 ຮ້ານ, ການວາງສະແດງຜະລິດຕະພັນໂອດັອບ, ສິນຄ້າກະສິກຳ ແລະ ຫັດຖະກຳຈາກຕົວ ແບບຕ່າງໆຕະຫລອດໄລຍະການຈັດງານມີການສະແດງສິລະປະ ວັນນະຄະດີ, ການປະກວດນາງສາວ ອາພອນ ສາລະວັນ, ການປະກວດ ນັກຮ້ອງສຽງດີ, ປະກວດໝໍລຳ ສຽງມ່ວນ, ການສະແດງຄອນເສີດ, ກາຍະສິນ, ຕີມວຍ, ການຈັດພົບປະຜູ້ປະກອບການທ່ອງທ່ຽວ, ການຈັບ ຄູ່ທຸລະກິດການທ່ອງທ່ຽວ, ການນຳ ທ່ຽວສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ, ການແຫ່ພະໄຕປີດົກໜັງສືຜູກ ໃບລານ, ການສົມໂພດຫໍໄຕປີດົກ, ການຕັກບາດ-ວຽນທຽນ ແລະ ງານສະແດງອື່ນໆ ອີກຫລາຍລາຍ ການທີ່ເປັນເອກະລັກທາງດ້ານວັດທະນະທຳຂອງທ້ອງຖິ່ນ ເພື່ອຮອງຮັບໃຫ້ນັກທ່ອງທ່ຽວມາທ່ຽວ ແຂວງສາລະວັນສາມາດທ່ຽວກັນໄດ້ຕະຫລອດປີ. ແນວໃດກໍດີລັດຖະບານໄດ້ວາງເປົ້າໝາຍໄວ້ວ່າຈະສູ້ຊົນດຶງດູດເອົານັກທ່ອງທ່ຽວໃຫ້ໄດ້ 5 ລ້ານເທື່ອຄົນ ເກັບລາຍຮັບ 900 ລ້ານໂດລາພາຍໃນປີ 2018 ນີ້.

ພາບ-ຂ່າວ: ເກີດຂວັນໃຈ (ຂ​ປ​ລ ແລະ ວສລ )
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.