Header Ads

FIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ




ເມື່ອວັນທີ 19 ເມສາ 2018 ທີ່ຜ່ານມາ ສະຫະພັນບານເຕະສາກົນ ຫຼື FIFA ອອກຖະແຫຼງການວ່າ ໄດ້ລົງໂທດປັບໃໝສະຫະພັນບານເຕະແຫ່ງຊາດລາວເປັນເງິນ 700.000 ໂດລາ ຈາກການລະເມີດຂໍ້ກຳນົດຕ່າງໆທີ່ກ່ຽວກັບການເຄື່ອນຍ້າຍນັກເຕະລະຫວ່າງປະເທດ ແລະ ການລົງທະບຽນໃນຄັ້ງທຳອິດຂອງນັກເຕະລຸ້ນເຍົາວະຊົນ, ເຊິ່ງຜິດກົດຂອງ FIFA ຕາມມາດຕາ 19 ວ່າດ້ວຍສະຖານະ ແລະ ການເຄື່ອນຍ້າຍນັກເຕະລະຫວ່າງປະເທດທີ່ເປັນຄວາມຜິດຫຼັກ ແລະ ຍັງຜິດຂໍ້ກຳນົດເອົານັກເຕະລຸ້ນເຍົາວະຊົນ ແລະ ລຸ້ນໃຫຍ່ປະສົມລົງໃນການແຂ່ງຂັນ

ເຊິ່ງການຕັດສິນດັ່ງກ່າວຂອງ FIFA ອາດສືບເນື່ອງມາຈາກສະໂມສອນບານເຕະລາວ ຈັດຫານັກເຕະເຍົາວະຊົນອາຟຣິກາ ຈຳນວນ 23 ຄົນມາເຊັນສັນຍາເປັນນັກເຕະໃນສະໂມສອນຂອງຕົນແບບບໍ່ຖືກຕ້ອງເມື່ອປີ 2015 ທີ່່ຜ່ານມາ
ຫຼ້າສຸດທາງສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກມາຊີ້ແຈງຜ່ານເຟສບຸກທີ່ມີຊື່ວ່າ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation ໂດຍມີເນື້ອໃນກ່າວໄວ້ວ່າ: 

“ແຈ້ງການ ຄໍາຕັດສິນຂອງຄະນະກໍາມະການລະບຽບວິໄນຟີຟ່າ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຂໍແຈ້ງມາຍັງປວງຊົນລາວ, ບັນດາສື່ມວນຊົນລາວ ແລະ ຜູ້ຕິດຕາມກິລາບານເຕະທັງພາຍໃນ ແລະ ຕ່າງປະເທດ ໃຫ້ຊາບວ່າ ສຕລ ໄດ້ຮັບຄໍາຕັດສິນຈາກສະຫະພັນບານເຕະນານາຊາດ (ຟີຟ່າ) ໃນວັນທີ 19 ເມສາ 2018 ທີ່ຜ່ານມາ. ສຕລ ກໍ​ໄດ້​ໃຫ້​ຄວາມ​ຮ່ວມມ​ື​ຢ່າງ​ເຕັມ​ທີ່​ຕໍ່​ກັບ​ຄະ​ນະ​ກຳ​ມະ​ການ​ລະ​ບຽບ​ວິ​ໄນ​ຂອງ​ ຟີ​ຟ່າ ໃນ​ການ​ດຳ​ເນີນ​ການ​ສຶບ​ສວນ ຄະ​ດີ​ດັ່ງ​ກ່າວ ຢ່າງ​ເປີດ​ເຜີຍ​ ແລະ ຈິງ​ໃຈ​ ຕະ​ຫລອດ​ມາ. ເມື່ອ​ໄດ້​ເຫັນ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ ຟີ​ຟ່າ ແລ້ວ ສ​ຕ​ລ ກໍ​ໄດ້​ຮ້​ອນ​ໃຈ​ຄັດ​ເລືອກ ແລະ ແຕ່ງ​ຕັ້ງ​ທະ​ນາຍ​ຄວາມ​ຂອງ​ຕ​ົນ ເພື່ອ​ອຸ​ຖອນ​ຄ​ະ​ດີ​ດັ່ງ​ກ່າວ ຕໍ່​ຄະ​ນະ​ກຳ​ມະ​ການ​ອຸ​ທອນ​ຂອງ ຟີ​ຟ່າ ເພື່ອ​ປົກ​ປ້ອງ​ກຽດ ແລະ ຊື່​ສຽງ​ຂອງ ສ​ຕ​ລ ກໍ​ຄື​ປະ​ເທດຊາດ .




ທີ່ມາ: ລາວໂພສ
© ຈໍາປາໂພສ |  www.champapost.com
_________ 

No comments

Powered by Blogger.