Header Ads

ເມືອງເຊໂປນຍຶດເຄື່ອງປ່າຂອງດົງ (ເຄືອຈານ) ປະເພດຢາພື້ນເມືອງຫລາຍກວ່າ 60 ໂຕນ



ເມື່ອຕົ້ນເດືອນເມສານີ້, ຫ້ອງການກະສິກຳ-ປ່າໄມ້ ແລະ ອຳນາດການປົກຄອງ ເມືອງ ເຊໂປນ ແຂວງ ສະຫວັນນະເຂດໄດ້ລົງ ກວດກາແຫລ່ງແປຮູບຢາ ພື້ນ ເມືອງ ແຫ່ງໜຶ່ງໃນເຂດ ເມືອງ ຂອງຕົນທີ່ເຄື່ອນ ໄຫວບໍ່ໄດ້ຮັບອະນຸຍາດ ແລະ ສາມາດຍຶດ ເຄື່ອງ ປ່າຂອງດົງເຄືອໃສ້ຊ້າງ ຫລື ເອີ້ນວ່າ: (ເຄືອຈານ) ເຊິ່ງ ເປັນຢາພື້ນເມືອງຊະ ນິດໜຶ່ງທີ່ຕ່າງປະເທດມີ ຄວາມຕ້ອງການຈຳນວນ ຫລາຍກວ່າ 60 ໂຕນ, ສ່ວນໃຫຍ່ແມ່ນໄດ້ແປຮູບແລ້ວ.






ປັດຈຸບັນເຈົ້າໜ້າທີ່ ໄດ້ອາຍັດເຄື່ອງຈັກຜະລິດ ແລະ ຈຳນວນຢາພື້ນເມືອງ ດັ່ງກ່າວເພື່ອສືບສວນ- ສອບ ສວນດຳເນີນຄະດີຜູ້ກະທຳ ຜິດຕາມລະບຽບກົດໝາຍ ບ້ານເມືອງ. ເຈົ້າເມືອງເຊໂປນໃຫ້ ຮູ້ວ່າ: ເຄືອຈານທີ່ເປັນຢາ ພື້ນເມືອງຊະນິດນີ້, ເຊິ່ງຕະ ຫລາດ ສປ ຈີນ ມີຄວາມ ຕ້ອງການຫລາຍ, ປັດຈຸບັນ ລາຄາຕະຫລາດມືດຢູ່ສະ ຫວັນນະເຂດຈະມີປະມານ 6 ລ້ານກີບຕໍ່ໂຕນ.


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.