Header Ads

ລາວສົ່ງຜູ້ລັກລອບເຂົ້າເມືອງຜິດກົດໝາຍໃຫ້ເຈົ້າໜ້າທີ່ໄທ



ເມື່ອບໍ່ດົນມານີ້, ຕໍາຫລວດກວດຄົນເຂົ້າ-ອອກເມືອງ (ຕມ) ດ່ານສາກົນປາກຊັນແຂວງບໍລິຄໍາໄຊ, ໄດ້ສົ່ງຕົວທ້າວ ອານຸສອນ ອາຍຸ 31 ປີສັນຊາດໄທຢູ່ບ້ານກາງ, ເມືອງ ແລະ ແຂວງບຶງການປະເທດໄທ ໃຫ້ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າ-ອອກເມືອງດ່ານສາກົນບຶງການເອົາຕົວກັບຄືນປະເທດ. ຫລັງຈາກຜູ້ກ່ຽວໄດ້ລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ລັກສ້າງຄອບຄົວກັບພົນລະເມືອງລາວໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ໂດຍຖືກເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ກັກຕົວໃນວັນທີ 21 ມີນາ 2018 ໃນຂໍ້ຫາດັ່ງກ່າວ ແລະ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ລັກລອບເຂົ້າມາລາວເພື່ອມາຢາມເມຍ ແລະ ລູກ, ເຊິ່ງເຈົ້າໜ້າທີ່ໄດ້ມີການສຶກສາອົບຮົມໃຫ້ຜູ້ກ່ຽວມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍຂອງ ສປປ ລາວ, ໂດຍສະເພາະແມ່ນລະບຽບການເຂົ້າ-ອອກເມືອງ ແລະ ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດໃຫ້ຖືກຕ້ອງຕາມກົດໝາຍ.

ການສົ່ງ-ມອບດັ່ງກ່າວມີຂຶ້ນຢູ່ດ່ານສາກົນປາກຊັນ, ຊຶ່ງກ່າວມອບໂດຍທ່ານ ພັນຕີ ຊາຍ ຈັນທະລັງສີ ຮອງຫົວໜ້າຕໍາຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນປາກຊັນ ແລະ ກ່າວຮັບໂດຍທ່ານພັນໂທ ບໍ່ດິນ ຣ້ອຍພົມມາ ຫົວໜ້າຕໍາຫລວດສືບສວນ-ສອບສວນປະຈໍາດ່ານສາກົນບຶງການ ແລະ ມີ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນສັກຂີພິຍານ.

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.