Header Ads

ວຽກງານການທ່ອງທ່ຽວຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ມີທ່າກ້າວຂະຫຍາຍຕົວ




ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເປັນເມືອງໜຶ່ງທີ່ນອນຢູ່ໃນ 11 ເມືອງຂອງແຂວງໄຊຍະບູລີ ທີ່ໄດ້ມີການພັດທະນາຂະແໜງການທ່ອງທ່ຽວຢ່າງຕໍ່ເນື່ອງ ຫວັງໃຫ້ລາຍຮັບຈາກການທ່ອງທ່ຽວກາຍເປັນແຫຼ່ງລາຍຮັບໜຶ່ງຂອງເມືອງ ສ້າງແຮງຈູງໃຈໃຫ້ນັກທ່ອງທ່ຽວສົນໃຈມາທ່ຽວເມືອງຊຽງຮ່ອນນັ້ບມື້ນັ້ບຫຼາຍຂື້ນ ໃນຊຸມປີ 2017 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເມືອງຊຽງຮ່ອນທັງໝົດ 2,550 ຄົນ ຍິງ 676 ຄົນ ນັກທ່ອງທ່ຽວຕ່າງປະເທດ 861 ຄົນ ຍິງ 242 ຄົນ



ອິງຕາມການລາຍງານຂອງທ່ານ ບຸນມີ ປັນຍາທອງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຊຽງຮ່ອນ ໃຫ້ຮູ້ວ່າ: ທ່າແຮງຂອງຂະແໜງການທ່ອງທ່ຽວຂອງເມືອງປະກອບມີຫຼາຍດ້ານທີ່ເປັນປັດໃຈພື້ນຖານ ເປັນຕົ້ນແມ່ນພື້ນຖານໂຄງຮ່າງໄດ້ຮັບການພັດທະນາ ແລະ ສະຖານທີ່ທ່ອງທ່ຽວໄດ້ຮັບການພັດທະນາ ເຊິ່ງສາມາດດຶງດູດຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວ ທີ່ເດີນທາງເຂົ້າສູ່ເມືອງຊຽງຮ່ອນອັນທີ່ໂດດເດັ່ນກວ່າໝູ່ແມ່ນສະຖານທີ່ທີ່ເປັນເອກກະລັກຂອງເມືອງຄື: ສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ 2 ແຫ່ງ, ສະຖານທີ່ທ່ອງທ່ຽວທຳມະຊາດ 9 ແຫ່ງ, ສະຖານທີ່ທ່ອງທ່ຽວທາງ ວັດທະນະທຳຈຳນວນ 2 ແຫ່ງ ໃນນັ້ນໄດ້ສຳລວດແລ້ວ 9 ແຫ່ງ ແລະ ໄດ້ຮັບພັດທະນາແລ້ວ 3 ແຫ່ງ ຄື: 






ວັດພະທາດຊຽງລົມ ຕັ້ງຢູ່ບ້ານທາດ, ວັດຖໍ້າອຸຕຸມຄໍາຕັ້ງຢູ່ບ້ານຂິ່ງ ແລະ ຫາດໄຊມັງກອນຕັ້ງຢູ່ຫາງຈາກເທດສະບານເມືອງປະມານ 10 ກິໂລແມັດ .ເຊິ່ງເປັນການລົງທຶນຂອງເອກະຊົນປັບປຸງໃຫ້ເປັນບ່ອນທ່ອງທ່ຽວເໝາະສົມແກ່ການຜັກຜ່ອນແບບຄອບຄົວໝູ່ເພື່ອນ, ເມືອງຊຽງຮ່ອນເໝາະສົມແກ່ການພັດທະນາເປັນເມືອງບໍລິການການທ່ອງທ່ຽວ ເພາະແຫຼ່ງທ່ອງທ່ຽວສ່ວນໃຫຍ່ ຍັງຄົງຮັກສາຄວາມເປັນເອກກະລັກສະເພາະຂອງເມືອງ ແລະ ອຳນາດການປົກຄອງເມືອງກໍຍັງໄດ້ເອົາໃຈໃສ່ພັດທະນາການທ່ອງທ່ຽວໂດຍອິງໄສວິໃສທັດຂອງເມືອງຄື: ສ້າງເມືອງຊຽງຮ່ອນໃຫ້ກາຍເປັນເມືອງຜະລິດກະສິກຳເປັນສິນຄ້າ ຕິດພັນກັບອຸສາຫະກຳປຸງແຕ່ງ ສົ່ງເສີມຫັດຖະກຳທີ່ເປັນມູເຊື້ອ ບໍ່ລິການການທ່ອງທ່ຽວແລະ ວັດທະນະທຳເຜົ່າ ໃນລ່າສຸດ ວັນທີ 18 ເມສາ 2018 ໄດ້ເປິດວັດຖໍ້າອຸຕຸມຄຳເປັນ ສະຖານທີ່ທ່ອງທ່ຽວທຳມະຊາດຂອງເມືອງຂື້ນ ໂດຍຕິດພັນກັບການເປິດປີທ່ອງທ່ຽວລາວ 2018. 





ດ້ານການບໍລິການຮັບນັກທ່ອງທ່ຽວພາຍໃນເມືອງກໍໄດ້ຮັບການພັດທະນາ ສະແດງໃຫ້ເຫັນຈະແຈ້ງວ່າ ມີເຮືອນພັກ, ຮ້ານອາຫານ,ຮ້ານບັນເທິງ ແລະ ຮ້ານກິນດຶ່ມ ເພື່ມຂື້ນ, ໃນປະຈຸບັນມີ ເຮືອນພັກ 9 ແຫ່ງ ແລະ ຮ້ານອາຫານ 3 ແຫ່ງ ແລະ ຮ້ານບັນເທິງ 3 ແຫ່ງ ແລະ ກິດຈະກຳວຽກງານທ່ອງທ່ຽວອື່ນໆໃນປີຜ່ານມາ ລວມຍອດລາຍຮັບຈາກຂະແໜງການທ່ອງທ່ຽວ ແລະ ການບໍລິການໄດ້ປະມານ 500 ລ້ານກີບ. ຈາກຄວາມອຸດົມສົມບູນທາງດ້ານທຳມະຊາດ ແລະ ຄວາມສະຫງົບຂອງເມືອງ ຈຶ່ງຂໍຮຽນເຊີນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາສຳພັດບັນຍາກາດຂອງເມືອງຊຽງຮ່ອນ ດັ່ງຄຳຂວັນທີ່ວ່າ: ຊຽງຮ່ອນຜືນນາກວ້າງອຸດົມງາມທຳມະຊາດ ອົງອາດພະທາດຊຽງລົມ ສຸກສົມປອງສຽງຊໍຈ້ອຍຍວນ. 

ພາບ-ຂ່າວ: ດອນ ຂຽວພະນາ (ວສລ)

© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.