Header Ads

ງານປະກວດສີລະປະ-ວັນນະຄະດີ ຂອງໂຮງຮຽນມສ ໄຊຍະບູລີ ປະຈຳສົກຮຽນ 2017-2018



ໂຮງຮຽນມັດທະຍົມສຶກສາສົມບູນໄຊຍະບູລີ ໄດ້ຈັດງານປະກວດສີລະປະ-ວັນນະຄະດີປະຈຳສົກຮຽນ 2017-2018 ຂື້ນໃນວັນທີ 25 ເມສາ 218 ຜ່ານມານີ້ ທີ່ເດີນໂຮງຮຽນດັ່ງກ່າວໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມມະນາ ປິ່ນທິບ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ, ທ່ານ ສະນີຈັນ ສຸກຜາລີ ຜູ້ອຳນວຍການໂຮງຮຽນມສ ໄຊຍະບູລີ, ທ່ານ ສຸກສາຄອນ ມາລາວົງ ຮອງຫົວໜ້າຂະແໜງພະລະ-ສິລະປະພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີບັນດາຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.



ໃນພິທີທ່ານ ສະນີຈັນ ສຸກຜາລີ ຜູ້ອຳນວຍການໂຮງຮຽນມສ ໄຊຍະບູລີ ຂື້ນກ່າວເປີດງານປະກວດສິລະປະ-ວັນນະຄະດີຢ່າງເປັນທາງການ ຈຸດປະສົງເພື່ອເປັນການສົ່ງເສີມທາງດ້ານວັດທະນາທຳຮີດຄອງປະເພນີອັນດີງາມຂອງຊາດກໍ່ຄືຂອງ 8 ເຜົ່າຂອງແຂວງໄຊຍະບູລີເຊິ່ງໂຮງຮຽນ ມສ ໄຊຍະບູລີ ເປັນໂຮງຮຽນເປົ້າໝາຍຕົວແບບທາງດ້ານ ພະລະສຶກສາ ແລະ ສີລະປະສຶກສາໂດຍປະຕິບັດແຜນການຮຽນ-ການສອນ ແລະ ໃຫ້ເປັນໄປຕາມ 3 ລັກສະນະ5 ຫຼັກມູນຂອງວຽກງານການສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກໃຫ້ປະກົດຜົນເປັນຈິ່ງທັງເປັນການສ້າງໃຫ້ນັກຮຽນ, ຊາວໜຸ່ມ



ເຍົາວະຊົນມີຄວາມກ້າຫານກ້າສະແດງອອກທາງດ້ານຄວາມສາມາດ ແລະ ຮັກສາຮີດຄອງອັນດີງາມໃຫ້ຄົນຫຼຸ້ນຫຼັງສືບທອດຕໍ່ໄປຜ່ານການແຂ່ງຂັນການສະແດງສີລະປະ-ວັນນະຄະດີ ນັກຮ້ອງສຽງດີ ມີ 4 ລາຍການ ທີ່ 1 ບົດເພັງຫອມກຸຫຼາບປາກເຊ ນາງ ຂັນທະລີ ສີຫາລາດ ຂັ້ນຮຽນ ມ6 ໄດ້ຮັບລາງວັນ 80.000 ກີບ, ທີ່ 2 ບົດເພັງເຊີນທ່ຽວໄຊຍະບູລີ ທ້າວ ສະຫວັນດົງ ສີປະມວນ ຈາກຂັ້ນຮຽນມ 7 ໄດ້ຮັບລາງວັນ 60.000 ກີບ , ທີ່ 3 ບົດເພັງ ມົນສະເໜ່ໄຊຍະບູລີ ນາງ ທິບສຸດາ ດວງດີ ຈາກຂັ້ນຮຽນ ມ5 ໄດ້ຮັບລາງວັນ 50.000 ກີບແລະ ບົດຟ້ອນມີ 4 ລາຍການ ທີ່ 1 ບົດຟ້ອນເຊີງບັ້ງໄຟໝູ່ຍິງ-ຊາຍ ຈາກຂັ້ນຮຽນ ມ7 ໄດ້ຮັບລາງວັນ 150.000 ກີບ, ທີ່ 2 ບົດຟ້ອນ ສຽງແຄນແດນຈຳປາ ໝູ່-ຍິງຊາຍ ຈາກຂັ້ນຮຽນ ມ 5 ໄດ້ຮັບລາງວັນ 100.000 ກີບ, ທີ່ 3 ບົດຟ້ອນ ແດນແຫ່ງອິດສະຫຼະ ໄດ້ຮັບລາງວັນ 80.000 ກີບຈາກຂັ້ນຮຽນ ມ ຕົ້ນ ສຳລັບຂອງຂວັນລາງວັນທີ 1 , ທີ່ 2 , ທີ່ ໃຫ້ກຽດມອບຂອງຂວັນລາງວັນໂດຍທ່ານທ່ານ ສະນີຈັນ ສຸກຜາລີ ຜູ້ອຳນວຍການໂຮງຮຽນມສ ໄຊຍະບູລີ.




ພາບ-ຂ່າວ: Media Laos

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.