ໄຟໄໝ້ສາງຮັບຊື້ຂອງເກົ່າ ເຈັບ 1 ຄົນ ທີ່ນະຄອນປາກເຊ ແຂວງຈໍາປາສັກ
ແຂວງຈໍາປາສັກ: ອີງຕາມການລາຍງາຈາກຂອງໜ່ວຍ ກູ້ໄພ 1623 ຈໍາປາສັກວ່າ: ເກີດເຫດໄຟໄໝ້ ສ້າງຂີ້ເຫຍື້ອຮ້ານຮັບຊື້ຂອງເກົ່າ ໃນວັນທີ 28 ເມສາ 2018 ເວລາ 3 : 40 ຕອນເຊົ້າ ໂດຍຈຸດເກີດເຫດແມ່ນບ້ານ ຈັດສັນ ນະຄອນປາກເຊ ແຂວງ ຈຳປາສັກ.
ໜ່ວຍກູ້ໄພມູນນິທິ 1623 ຮອດຈຸດເກີດເຫດພົບໄຟກຳລັງລຸກໄໝຢ່າງຮຸນແຮງ ແລະ ພົບຜູ້ບາດເຈັບ1 ຄົນ ໃນຈຸດເກີດເຫດ ຊື່ນາງ ສຸຕິຕາ ອາຍຸ 32ປີ ອາຊີບ ຄ້າຂາຍ ຢູ່ບ້ານ ຈັດສັນ ນະຄອນປາກເຊ ແຂວງ ຈຳປາສັກ ເຊິ່ງອາການເບື້ອງຕົ້ນ ມີບາດເເຜຖືໄຟລວກບໍລີເວນເເຂນຊ້າຍ ເເລະ ແຜເຖີເລີ້ນຢູ່ຂາ.
ພາບ-ຂ່າວ: ໜ່ວຍ ກູ້ໄພ 1623 ຈໍາປາສັກ
© ຈໍາປາໂພສ | www.champapost.com
_________
Post a Comment