Header Ads

ລາວ​ເລິ່ມໃຊ້ລະບົບສາລະ​ບານອັດຕາພາສີອາຊຽນ



ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກດຳລັດປະກາດໃຊ້ ສາລະບານອັດຕາພາສີສະບັບໃໝ່ ໂດຍອີງຕາມສາລະບານອັດຕາພາສີລະບົບເອກະພາບອາຊຽນ 2017 (AHTN 2017) ໂດຍເລີ່ມປະຕິບັດແຕ່ວັນທີ 03 ເມສາ 2018 ຈະປ່ຽນແທນ ສາລະບານອັດຕາພາສີລະບົບເອກະພາບ ປີ 2012 (AHTN 2012) ທີ່ປະກາດໃຊ້ຕາມດໍາລັດສະບັບເລກທີ 08/ນຍ, ລົງວັນທີ 10 ມັງກອນ 2013.
ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ແຫ່ງ​ສປປລາວ​ແຈ້ງວ່າ:ດໍາລັດທີ່ປະກາດໃຊ້ສາລະບານອັດຕາພາສີສະບັບໃໝ່ ໂດຍອີງຕາມສາລະບານອັດຕາພາສີລະບົບເອກະພາບອາຊຽນ 2017 (AHTN 2017) ສະບັບເລກທີ 122/ນຍ, ລົງວັນທີ 03 ເມສາ 2018 ຈະປ່ຽນແທນ ສາລະບານອັດຕາພາສີລະບົບເອກະພາບ ປີ 2012 (AHTN 2012) ທີ່ຖືກປະກາດໃຊ້ໃນເມື່ອກ່ອນຕາມດໍາລັດສະບັບເລກທີ 08/ນຍ, ລົງວັນທີ 10 ມັງກອນ 2013. ສາລະບານອັດຕາພາສີລະບົບເອກະພາບ ປີ 2017 ປະກອບມີ 21 ພາກ ແລະ 97 ໝວດສິນຄ້າ. ຫລັກການໃນການຈຳແນກປະເພດສິນຄ້າ ໄດ້ກຳນົດໄວ້ດ້ວຍລະຫັດເຄົ້າ 1.222 ລະຫັດເຄົ້າ (4 ຕົວເລກ), 5.387 ລະຫັດຍ່ອຍ (6 ຕົວເລກ)ແລະ 10.813 ລະຫັດຍ່ອຍ (8 ຕົວເລກ).
​ເຊິ່ງລັດຖະບານມອບໃຫ້ກະຊວງການເງິນ ອອກແຈ້ງການຈັດຕັ້ງປະຕິບັດພ້ອມທັງມີບົດແນະນຳລະອຽດກ່ຽວກັບການນຳໃຊ້ສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ ປີ 2017, ເຊິ່ງຄາດວ່າຈະໄດ້ນຳໃຊ້ສາລະບານດັ່ງກ່າວ ໃນເດືອນມິຖຸນາ 2018 ນີ້
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.