Header Ads

ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຕັດສິນອຳນວຍການບໍລິສັດ 12 ຄົນ ຖານສໍ້ໂກງຊັບຂອງລັດ ພ້ອມທັງໃຊ້ແທນຄ່າເສຍຫາຍ



ປັດຈຸບັນ, ການສໍ້ໂກງສັບຂອງລັດ ແລະ ພົນລະເມືອງ ແມ່ນມີຫຼາຍຮູບແບບ, ຫຼາຍວິທີການ ໄດ້ສ້າງຄວາມເສຍ ຫາຍ ແລະ ເສື່ອມເສຍໃຫ້ກັບຊັບສິນຂອງລັດ ແລະ ຂອງປະຊາຊົນ ທັງເປັນການກົດໜ່ວງຖ່ວງດຶງການພັດທະ ນາເສດຖະກິດ, ວັດທະນະທຳສັງຄົມ ກໍຄືປະເທດຊາດ ເພື່ອຜົນປະໂຫຍດສ່ວນຕົວ; ໜຶ່ງໃນວິທີການສໍ້ໂກງໃນຄັ້ງນີ້ ແມ່ນຢູ່ແຂວງອຸດົມໄຊ ໂດຍພວກເຂົາແອບແຝງມາໃນຮູບການສ້າງຕັ້ງບໍລິລິສັດ ແລ້ວປະມູນບັນດາໂຄງການໃດ ໜຶ່ງຂອງລັດ ໂດຍບໍລິສັດມີນະໂຍບາຍສ່ວນຫຼຸດ 30%, 70% ໝາຍຄວາມວ່າ ບໍລິສັດອອກ 30% ພາກລັດອອກ 70% ພາຍຫຼັງໄດ້ເງິນແລ້ວກໍມິດງຽບຫາຍເລີຍ. ຜ່ານການກວດກາຕົວຈິງ, ເຊິ່ງມີບໍລິສັດທີ່ພົວພັນກັນທັງໝົດ 12 ບໍລິສັດ ໂດຍມີຈໍາເລີຍ 13 ຄົນ.



ແຕ່ຢ່າງໃດກໍຕາມ, ຜູ້ກະທໍາຜິດໃນສະຖານດັ່ງກ່າວບໍ່ສາມາດໜີໂທດກໍາຂອງຕົນເອງໄດ້, ສຸດທ້າຍກໍຖືກເຈົ້າໜ້າທີ່ ກໍໄດ້ຈັບຕົວມາດໍາເນີນຄະດີ ແລະ ກ້າວໄປສູ່ການພິຈາລະນາລົງໂທດຂອງສານຕາມກົດໝາຍ. ຫຼ້າສຸດ ໃນວັນທີ 11 ເມສາ 2018, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ເປີດຫ້ອງປະຊຸມສານ ເພື່ອນຳຄໍາສັ່ງຟ້ອງ ຂອງໄອຍະການປະຊາຊົນແຂວງທີ່ມີ 12 ບໍລິສັດ, ເປັນໂຄງການ 30%, 70% ໂດຍມີຈໍາເລີຍທັງໝົດ 13 ຄົນ ຍິງ 2 ຄົນ ໃນຂໍ້ຫາສໍ້ໂກງຊັບຂອງລັດ, ພະຍາຍາມສໍ້ໂກງຊັບຂອງລັດ, ການໃຫ້ສິນບົນ, ປອມແປງເອກະສານ ແລະ ນຳ ໃຊ້ເອກະສານປອມທີ່ສ້າງຄວາມເສຍຫາຍຫຼາຍຕື້ກີບ ໃຫ້ກັບແຂວງຂຶ້ນໄຕ່ສວນໃນຫ້ອງປະຊຸມສານ ເພື່ອພິຈາລະນາ ຕັດ ສິນຕາມລະບຽບກົດໝາຍ.



ໃນທີ່ປະຊຸມສານ, ອົງການໄອຍະການປະຊາຊົນຖະແຫຼງວ່າ: ຈຳເລີຍໃນຄະດີດັ່ງກ່າວຈຳນວນ 13 ຄົນ ຊື່ ທ້າວ ນະ ຄອນໄຊ ອາຍຸ 39 ປີ, ທ້າວ ພິມພອນ ອາຍຸ 57 ປີທັງສອງຢູ່ບ້ານນາໝີ, ທ້າວ ບຸນກ້ອນ ອາຍຸ 44 ປີ, ນາງ ອຳ ໄພວັນ ອາຍຸ 38 ປີ, ທ້າວ ຄຳຫຼ້າ ອາຍຸ 52 ປີ ທັງສາມຢູ່ບ້ານໜອງແມງດາ, ນາງ ສົມ ອາຍຸ 57 ປີ ຢູ່ບ້ານຫຼັກ 4, ທ້າວ ສີວິໄລ ອາ ຍຸ 35 ປີ ຢູ່ບ້ານນາເລົາ, ທ້າວ ຄຳລອດ ອາຍຸ 47 ປີ ຢູ່ບ້ານປ່າສັກ, ທ້າວ ຄຳກອງ ອາຍຸ 38 ປີ ຢູ່ບ້ານເຈງ, ທ້າວ ບຸນຖົມ ອາຍຸ 46 ປີ ຢູ່ບ້ານວຽງສາ, ທ້າວ ສອນ ໄລ ອາຍຸ 43 ປີ ຢູ່ບ້ານນາຫວານນ້ອຍ, ທ້າວ ໂກ້ ອາຍຸ 51 ປີ ຢູ່ບ້ານມອນໃຕ້ ທັງໝົດນີ້ຂຶ້ນກັບເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ພອນໄຊ ອາຍຸ 49 ປີ ຢູ່ບ້ານ ປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ພວກກ່ຽວຖືກກ່າວຫາວ່າສໍ້ໂກ້ງຊັບຂອງລັດ, ການພະຍາ ຍາມສໍ້ໂກ້ງຊັບພົນລະເມືອງ, ການໃຫ້ສິນບົນ, ປອມແປງເອກະສານ ແລະ ນຳໃຊ້ເອກະສານປອມທີ່ໄດ້ກະທຳຜິດຕໍ່ ກົດໝາຍອາຍາທີ່ມີໜ້າທີ່ປົກປັກຮັກສາລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ກຳມະສິດຂອງລັດ, ຂອງລວມໝູ່ ແລະ ຂອງບຸກຄົນ, ຊີວິດ, ສຸຂະພາບ, ສິດ ແລະ ເສລີ ພາບຂອງພົນລະເມືອງ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕ້ານ ແລະ ສະ ກັດກັນການກະ ທຳຜິດ ແລະ ສຶກສາອົບຮົມພົນ ລະເມືອງທຸກຄົນໃຫ້ມີຄວາມຕື່ນ ຕົວເຄົາລົບກົດໝາຍ, ຜ່ານ ການ ຄົ້ນຄວ້າບັນດາຂໍ້ມູນ ແລະ ຫຼັກ ຖານຂອງຄະນະສານອາຍາເຫັນ ວ່າ: ພວກຈໍາເລີຍໄດ້ສໍ້ໂກ້ງຊັບຂອງລັດແທ້ ຕາມທີ່ອົງການໄອຍະການປະຊາຊົນໄດ້ຖະແຫຼງ;

ສະນັ້ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ເຫັນຄວນຕັດອິດສະຫຼະພາບພວກຈຳເລີຍ ດັ່ງນີ້: ຕັດອິດສະຫຼະພາບຈຳເລີຍ 1, ທ້າວ ນະຄອນໄຊ ອໍານວຍການ ບໍລິສັດ ນະຄອນໄຊ ກໍ່ສ້າງ ຈໍາ ຄຸກ 3 ປີ ກັບ 9 ເດືອນ, ປັບໃໝ 6.900.000 ກີບ ພ້ອມທັງໃຊ້ແທນເງິນຄືນ ຈຳນວນ 22.530. 846.000 ກີບ ໃຫ້ແກ່ລັດ; ຕັດອິດສະຫຼະພາບ ທ້າວ ບຸນກ້ອນ ອຳນວຍການບໍລິສັດ ເອລີ້ ສຳຫຼວດ ອອກແບບກໍ່ສ້າງ ( ຈຳເລີຍ 2 ) 1 ປີ ກັບ 9 ເດືອນ, ປັບໃໝ 170. 936.000 ກີບ ແລະ ໃຊ້ແທນຄ່າ ເງິນໃຫ້ກັບລັດ 26.923.000 ກີບ; ຈຳເລີຍ 3 ນາງ ອຳໄພວັນ ອຳນວຍການບໍລິສັດ ເອລີ້ໄຊອັນ ວິຊາວະກຳກໍ່ສ້າງ ຕັດອິດສະຫຼະພາບ 9 ເດືອນ ປັບໃໝ 400.000 ກີບ ໃຊ້ແທນເງິນຈໍານວນ 26.923. 000 ກີບ ໃຫ້ແກ່ລັດ; ຕັດ ອິດສະຫຼະພາບ ນາງ ສົມ ຈຳເລີຍ 4 ອໍາ ນວຍການບໍລິສັດ ສຸລິຍົງ ກໍ່ສ້າງ 2 ປີ 9 ເດືອນ, ປັບໃໝ 534. 804.218 ກີບ ໃຊ້ແທນເງິນໃຫ້ລັດຈໍານວນ 161.538.000 ກີບ, ທ້າວ ພິມພອນ ອຳນວຍການ ບໍລິສັດ ພັດທະນາກໍ່ສ້າງ (ຈຳເລີຍ 5) ສານໄດ້ຕັດຕັດອິດສະຫຼະພາບ 1 ປີ 3 ເດືອນ, ປັບໃໝ 3.400. 000 ກີບ ທົດແທນເງິນຈຳນວນ 26.923.000 ກີບ ຄືນໃຫ້ແກ່ລັດ

ຈຳເລີຍ 6 ທ້າວ ສີວິໄລ ອໍານວຍການບໍລິສັດ ພັດທະນາກໍ່ສ້າງ ຕັດອິດສະຫຼະ ພາບ 1 ປີ 3 ເດືອນ, ປັບໃໝ 1.100.000 ກີບ ພ້ອມທັງທັດແທນເງິນໃຫ້ລັດຈໍານວນ 26.923.000 ກີບ; ຕັດ ອິດສະຫຼະພາບ ທ້າວ ຄຳລອດ ອຳນວຍການບໍລິສັດ ສຸລິທຳ ກໍ່ສ້າງ (ຈຳເລີຍ7) 1 ປີ 9 ເດືອນ, ປັບໃໝ 8.900.000 ກີບ ໃຊ້ແທນເງິນ ໃຫ້ລັດ 80.769.000 ກີບ. ທ້າວ ຄຳຫຼ້າ (ຈຳເລີຍ 8) ອຳນວຍການ ບໍລິສັດ ສຸປະສົງ ກໍ່ສ້າງ ສານໄດ້ ຕັດອິດສະຫຼະພາບ 1 ປີ 3 ເດືອນ, ປັບໃໝ 700.000 ກີບ ແລະ ໃຊ້ແທນເງິນ ຈຳນວນ 26.923. 000 ກີບ ຄືນໃຫ້ແກ່ລັດ; ( ຈຳ ເລີຍ 9 ) ທ້າວ ພອນໄຊ ອຳນວຍ ການບໍລິສັດ ພອນໄຊກໍ່ສ້າງ 1 ປີ 9 ເດືອນ, ປັບໃໝ 33.700.000 ທັດແທນເງິນໃຫ້ລັດ ຈຳນວນ 53. 846.000 ກີບ, ຕັດອິດສະຫຼະ ພາບ ທ້າວ ຄຳກອງ ອຳນວຍການ ມິດມີໄຊ ກໍ່ສ້າງ (ຈຳເລີຍ10) 1 ປີ, ປັບໃໝ 32.936.500 ກີບ ແລະ ໃຊ້ແທນເງິນຈຳນວນ 26. 923.000 ກີບ ຄືນໃຫ້ແກ່ລັດ; ທ້າວ ບຸນຖົມ ອຳນວຍການບໍລິສັດ ຫຸ້ນສ່ວນມິດໃໝ່ກໍ່ສ້າງ (ຈຳ ເລີຍ11) ສານໄດ້ ຕັດອິດສະຫຼະພາບ 3 ເດືອນ 18 ວັນ, ປັບໃໝ 300.000 ກີບ ແລະ ທົດແທນເງິນຈໍານວນ 26.923.000 ກີບ ຄືນໃຫ້ແກ່ລັດ; ຕັດອິດສະຫຼະພາບ ( ຈຳເລີຍ12 ) ທ້າວ ສອນ ໄລ ອຳນວຍການບໍລິສັດ ມິດມີໄຊ ກໍ່ສ້າງ 5 ເດືອນ 18 ວັນ, ປັບໃໝ 300.000 ກີບ ໃຊ້ແທນເງິນຈໍານວນ 26.923.000 ກີບ ຄືນໃຫ້ແກ່ລັດ ແລະ ຕັດອິດສະຫຼະພາບ ທ້າວ ໂກ້ ອຳນວຍການບໍລິສັດ ອານຸຊາ ກໍ່ສ້າງ (ຈຳເລີຍ 13) 5 ເດືອນ 18 ວັນ, ປັບໃໝ 300.000 ກີບ ພ້ອມທັງ ໃຊ້ແທນເງິນໃຫ້ລັດຈໍາ ນວນ 26.923.000 ກີບ.
ພາບ-ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.