Header Ads

ຄະດີ ລັກເງິນເພື່ອໄປຈັດງານແຕ່ງດອງ ທີ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ




ໃນວັນທີ 17 ເມສານີ້, ເຈົ້າໜ້າທີ່ ປກສ ເມືອງ ອຸທຸມ ພອນ ແຂວງ ສະຫວັນນະເຂດ ໄດ້ຮັບງານລາຍວ່າມີເຫດ ການຄົນຮ້າຍເຂົ້າໄປລັກເອົາ ເງິນຢູ່ຮ້ານຂາຍເຄື່ອງຍ່ອຍ ຂອງ ທ້າວ ເລ ຮູອາງ ອາຍຸ 29 ປີ, ສັນຊາດຫວຽດນາມ, ຢູ່ບ້ານກີບມ້າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.


ຈາກການລົງເອົາຂໍ້ມູນ ແລະ ຫລັກຖານພະຍານເບື້ອງ ຕົ້ນເຈົ້າໜ້າທີ່ສາມາດກັກຕົວ ຜູ້ຕ້ອງສົງໄສໄດ້ໜຶ່ງລາຍຊື່ ທ້າວ ເຖີກ ທະວີສຸກ ອາຍຸ 22 ປີ, ສັນຊາດລາວ, ຢູ່ບ້ານກີບມ້າ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ.
ຜ່ານການສືບສວນ- ສອບສວນຂອງເຈົ້າໜ້າທີ່ຜູ້ ກ່ຽວຍອມຮັບສາລະພາບ ວ່າ: ໃນເວລາ 21:40 ນາທີ ຄືນວັນທີ 16 ເມສານີ້ ໃນ ຂະນະທີ່ຄົນໃນເຮືອນນອນ ຫລັບໝົດແລ້ວຜູ້ກ່ຽວຈຶ່ງ ໄດ້ຍ່າງຂຶ້ນຂັ້ນໄປຊອກຫາ ວິທີເຂົ້າໄປ ໃນເຮືອນເພື່ອ ລັກເອົາເງິນໃນກະເປົາແຂນ ແອວຂອງຜູ້ເສຍຫາຍທີ່ ປະໄວ້ຂ້າງບ່ອນນອນແລ້ວ ຜູ້ກ່ຽວກໍຍາງໄປຕຽງນອນ ຂອງຍິງຜູ້ໜຶ່ງເພື່ອຈົກເອົາ ເງິນໃນກະເປົາ ທີ່ວາງໄວ້ຢູ່ ເທິງກະເປົາໃສ່ເຄື່ອງ.

ເມື່ອໄດ້ເງິນແລ້ວຜູ້ ກ່ຽວກໍຍ່າງຖອຍຫລັງ ອອກມາແລ້ວໄປຕຳເອົາ ເຄື່ອງຂາຍໃນ ຮ້ານ ຈົນ ເຮັດໃຫ້ເຈົ້າຂອງຮູ້ເມື່ອຜູ້ ກ່ຽວຈຶ່ງ ໄດ້ປົບໜີອອກໄປ, ເມື່ອຮອດເຮືອນແລ້ວຜູ້ ກ່ຽວກໍໄດ້ນຳເອົາເສື້ອສີ ແດງມາຫໍ່ເງິນທີ່ລັກມາ ແລ້ວເອົາໄປເຊື່ອງໄວ້ຢູ່ ເລົ້າເຂົ້າໂດຍເອົາເຂົ້າ ເປືອກຖົມໄວ້, ເຊິ່ງມີສະ ກຸນເງິນບາດຈຳນວນ 77.000 ບາດ, ເງິບກີບ 948.000 ກີບ ແລະ ເງິນ ຫວຽດນາມ 195.000 ດົງ, ເຊິ່ງກົງກັບເຈົ້າ ຂອງ ເງິນໄດ້ແຈ້ງເສຍຫາຍໄວ້ ໂດຍຜູ້ກ່ຽວຮັບປາກວ່າ: ແມ່ນເພື່ອຢາກໄດ້ເງິນໄປ ຈັດງານແຕ່ງດອງ, ປັດຈຸ ບັນເຈົ້າໜ້າທີ່ກໍໄດ້ດຳເນີນ ຕາມຂັ້ນຕອນຂອງກົດ ໝາຍ ແລະ ໄດ້ມອບເງິນ ຄືນໃຫ້ແກ່ຜູ້ຖືກເສຍຫາຍ ຕາມລະບຽບການຢ່າງຖືກ ຕ້ອງໃນຕອນເຊົ້າວັນທີ 20 ເມສານີ້ຢູ່ທີ່ກອງບັນ ຊາການ ປກສ ເມືອງ ອຸທຸມ ພອນ.


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.