Header Ads

ແພັດ ເພັດດາວອນ ຄ້ວາແຊ້ມ 21 ສະໄຫມ ພ້ອມຄ້ວາເງິນລາງວັນ 1.000.000 ບາດ ໄດ້ສຳເລັດໃນລາຍການ ເສິກວັນດວນເພງ (ມີຄລິບ)






ເພັດດາວອນ ຄຳມະນີວົງ (ແພັດ) ສາວລາວສຽງດີ ແລະ ກະຕັນຢູ ທີ່ຕາມຄວາມຝັນຂອງຕົນເອງໃນການໄປແຂ່ງຂັນຮ້ອງເພງເພື່ອເກັບເງິນລ້ານເພື່ອໄປສ້າງເຮືອນໃຫ້ແມ່ ໃນລາຍການເສິກວັນດວນເພງທາງຊ່ອງ One 31 ໂດຍນັບແຕ່ມື້ທໍາອິດທີ່ສາວແພັດເຂົ້າໄປປະກວດໃນລາຍການດັ່ງກ່າວກໍໄດ້ສ້າງຄວາມປະທັບໃຈໃຫ້ກັບທາງຄະນະກໍາມະການ ແລະ ກອງເຊຍຊາວລາວທັງປະເທດ  ແລະ ມີຄົນຕິດຕາມຂ່າວສານ ພ້ອມກັບຮ່ວມເປັນກໍາລັງໃຈ ແລະ ເຊຍສາວ ແພັດ ຢ່າງໃກ້ຊິດ ແບບລຸ່ນທຸກນາທີ ແລະ ທຸກຕອນຂອງການແຂ່ງຂັນ. 



ນອກນີ້.​ ແພັດຍັງສາມາດລົ້ມແຊມເກົ່າ 6 ສະໄໝໄດ້ ແລະ ຄອງແຊມຍາວມາເຖິງ 20 ສະໄໝຕິດຕໍ່ກັນກາຍເປັນຂັວນໃຈປະຊາຊົນທັງລາວ ແລະ ໄທ. 




ສໍາລັບການແຂ່ງຂັນໃນຮອບ ທີ່ 21 ແພັດໄດ້ພົບກັບຜູ້ທ້າຊີງອາຍຸນ້ອຍ ເຈົ້າຂອງຄະນະລິເກທີ່ພິຊິດລາງວັນມາແລ້ວຫຼາຍເວທີປະກວດ ເຊິ່ງຖືເປັນຜູ້ທ້າຊີງ ທີ່ໜ້າຢ້າກວ່າທີ່ສຸດ  ແຕ່ສຸດທ້າຍກໍບໍ່ ສາມາດຢຸດ ເພັດດາວອນ ຄຳມະນີວົງ (ແພັດ) ໃນການຄ້ວາແຊ້ມ ໂດຍ ແພັດ ງັ້ນເພງເດັດ “ຄຳວ່າຮັກມັນເຮ່ຍຖິ້ມໃສ” ມາສູ້ກັບຜູ້ທ້າຊິງ ຈົນເຮັດໃຫ້ຄະນະກໍາມະການເທຄະແນໃຫ້ ແລະ ສາມາດເປັນແຊ້ມສະໄຫມທີ 21 ຄ້ວາເງິນລາງວັນ 1.000.000 ບາດ ໄດ້ສຳເລັດ  ພ້ອມກັບກາຍເປັນຜູ້ທໍາອິດທີ່ຄ້ວາແຊ້ມສະໄຫມທີ 21 ຕິດຕໍ່ກັນໃນລາຍຫານໄດ້ສໍາເລັດ.
















© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.