Header Ads

ປກສ ເມືອງນາໝໍ້ ກັກຕົວພວກຄ້າຂາຍຢາເສບຕິດ 4 ຄົນ ພ້ອມຍຶດຂອງກາງຢາບ້າໄດ້ຈຳນວນກວ່າ 15 ພັນກວ່າເມັດ



ແຂວງອຸດົມໄຊ : ເວລາ 8 ໂມງ 25 ນາທີ ຂອງວັນທີ 21 ເມສາ 2018 ທາງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງນາໝໍ້ ໄດ້ຮັບການລາຍງານຂ່າວຈາກພົນລະເມືອງດີວ່າ: ຢູ່ທີ່ບ້ານພັກແຫ່ງໜຶ່ງ ຂື້ນກັບບ້ານນາຕອງ ເມືອງນາໝໍ້ ແຂວງອຸດົມໄຊ,ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ເຄື່ອນໄຫວລັກລອບຂາຍຢາເສບຕິດ. ຫຼັງຈາກນັ້ນທາງກອງບັນຊາການ ປກສ ເມືອງດັ່ງກ່າວ,ຈິ່ງໄດ້ແຕ່ງຕັ້ງພະນັກງານລົງຊັກນະສູດແຫ່ງຂ່າວ ແລະ ເຫັນວ່າມີມູນຄວາມຈິງແທ້ ຕົກມາຮອດເວລາ 15 ໂມງ 10 ນາທີ



ຂອງວັນດຽວກັນຈີ່ງໄດ້ນຳກຳລັງເຂົ້າມ້າງດ້ວຍຮູບການຈູ່ໂຈມຈັບກຸມພວກຖືກສົງໄສຈຳນວນ 4 ຄົນ; ຜ່ານການກວດຄົ້ນຫ້ອງພັກ ແລະ ຕົນຕົວພວກກ່ຽວໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 77 ຖົງ ຊຸກເຊື່ອງໄວ້ໃນຖົງພາຍສີດຳຢູ່ຫ້ອງພັກຂອງພວກກ່ຽວພັກຢູນັ້ນຈາກນັ້ນຈິງໄດ້ກັກຕົວໃນຂໍ້ຫາຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ພ້ອມຂອງກາງມາສືບສວນ-ສອບສວນຜູ້ຖືກຫາຊື່ວ່າ: ທ້າວ ສົມຈິດ ອາຍຸ 49 ປີ, ອາຊີບຂັບລົດ, ປະຈຸບັນຢູ່ບ້ານຫ້ວຍອ່ອນ, ທ້າວ ຈັນມຽນ ອາຍຸ 83 ປີ, ອາຊີບເຮັດໄຮ່, ປະຈຸບັນຢູ່ບ້ານນ້ຳແຊ, ເມືອງນາໝໍ້, ທ້າວ ບຸນຈີມ ອາຍຸ 45 ປີ, ອາຊີບເຮັດໄຮ, ຢູ່ບ້ານໄລ ແລະ ທ້າວ ຈັນທອງ ອາຍຸ 46 ປີ, ອາຊີບເຮັດສວນ, ຢູ່ບ້ານໄລ, ເມືອງແບງ, ແຂວງອຸດົມໄຊ. ເຄື່ອງຂອງກາງ ແລະ ເຄື່ອງຕິດຕົວມີຢາເສບຕິດປະເພດຢາບ້າ ຈຳນວນ 77 ຖົງ,ມີຈຳນວນ 15.393 ເມັດ, ນ້ຳໜັກເທົ່າກັບ 2 ກິໂລກຣາມ,ໝາກຟ້າຈຳນວນ 1 ແກັດ, ນ້ຳໜັກ 20 ກິໂລກຣາມ, ລົດຈັກຈຳນວນ 2 ຄັນ, ໂທລະສັບມືຖື 6 ເຄື່ອງ.



ປະຈຸບັນທາງເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງນາໝໍ້ໄດ້ມອບຜູ້ຖືກຫາພ້ອມເຄື່ອງຂອງກາງຈຳນວນດັ້ງກ່າວໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ສືບດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ພ້ອມທັງປະກອບເອກະສານໃນການດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ພາບ-ຂ່າວ: ສຸລິຍາ 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.