Header Ads

ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ຈັດສົ່ງນັກຮຽນເກັ່ງເຂົ້າສອບເສັງລະດັບຊາດ




ແຂວງໄຊຍະບູລີ ສົ່ງນັກຮຽນເກັ່ງຊັ້ນມັດທະຍົມສຶກສາເພື່ອເຂົ້າແຂ່ງຂັນສອບເສັງລະດັບຊາດທີ່ທີ່ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 24-27 ເມສາ 2018 ນີ້. ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ເມສາ 2018 ນີ້ ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຍະບູລີ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອ່ອນຕາ ພົມມະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄູອາຈານ, ນັກຮຽນ, ຄະນະຮັບຜິດຊອບ, ຜູ້ປົກຄອງນັກຮຽນເຂົ້າຮ່ວມ.



ໂດຍປະຕິບັດຕາມແຜນພັດທະນາການສຶກສາຂອງແຂວງໄຊຍະບູລີ ປະຈຳສົກຮຽນ 2017-2018 ຂອງພະແນກສຶກສາທິການ ແລະ ກິລາແຂວງວາງອອກ, ກ່ຽວກັບການສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດຖະຍົມສຶກສາ ສົກຮຽນ 2017-2018. ໃນໄລຍະຜ່ານມາ ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດການສອບເສັງແຂ່ງຂັນນັກຮຽນເກັ່ງ ການຖາມຕອບຄວາມຮູ້ວິທະຍາສາດຂັ້ນແຂວງ ໃນລະຫວ່າງວັນທີ 14-16 ມີນາ 2018. ມີນັກຮຽນເຂົ້າສອບເສັງທັງໝົດ 137 ຄົນ, ຜ່ານການແຂ່ງຂັນສາມາດຄັດເລືອກໄດ້ນັກຮຽນເກັ່ງເຂົ້າແຂ່ງຂັນລະດັບຊາດທັງໝົດ 8 ຄົນ, ຍິງ 3 ຄົນ. ສະເພາະຊັ້ນ ມໍ 4 ມີ 4 ຄົນ ແລະ ມໍ 7 ມີ 4 ຄົນ ທີ່ເປັນຕົວແທນໃຫ້ແກ່ນັກຮຽນຂອງແຂວງໄຊຍະບູລີ, ໃນນີ້ ມີ 4 ວິຊາ ສອບເສັງຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.




ຂໍ້ມູນ:   ວິທະຍຸກະຈາຍສຽງແຫ່ງຊາດ 
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.