Header Ads

ເມືອງແກ່ນທ້າວມອບເງິນຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ຄອບຄົວທີ່ຖືກຜົນກະທົບຈາກລົມພາຍຸພັດຢູ່ບ້ານສວນກ້ວຍ ແລະ ບ້ານວັງປາ




ເພື່ອເປັນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກລົມພາຍຸພັດຢູ່ບ້ານສວນກ້ວຍ ແລະ ບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ,ໃນຕອນແລງຂອງວັນທີ 14 ເມສາ 2018 ເຊິ່ງບ້ານສວນກ້ວຍມີຈໍານວນ 45 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບ 200 ກວ່າຄົນ, ຍິງ 100 ກວ່າຄົນ ມູນຄ່າຄວາມເສຍຫາຍ 89.000.000 ກວ່າກີບ ແລະ ບ້ານວັງປາ ຈໍານວນ 19 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບ 90 ກວ່າຄົນ, ຍິງ 40 ກວ່າຄົນ, ມູນຄ່າ 39.000.000 ກວ່າກີບ. 




ໃນວັນທີ 24 ເມສາ 2018 ນີ້, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ, ປະທານປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໄດ້ມອບເງິນຊ່ວຍບັນເທົາທຸກເບື້ອງຕົ້ນໃຫ້ແກ່ຄອບຄົວທີຖືກຜົນກະທົບບ້ານສວນກ້ວຍ 10.000.000 ກວ່າກີບ ແລະ ບ້ານວັງປາ 4.000.000 ກວ່າກີບ.ທາງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຍັງໄດ້ ມອບເງິນຊ່ວຍເຫຼືອບ້ານສວນກ້ວຍ ຈໍານວນ 500.000 ກີບ


ໃນຕອນແລງຂອງວັນດຽວກັນ ທ່ານ ປະເສີດ ອິນວົງຄໍາ ຄະປະຈໍາພັກເມືອງ, ປະທານກວດກາພັກເມືອງ, ຜູ້ຊີ້ນໍາກຸ່ມບ້ານດອນເມນໄດ້ມອບເງິນຊ່ວຍບັນທຸກເບື້ອງຕົ້ນໃຫ້ແກ່ຄອບຄົວທີຖືກຜົນກະທົບຈາກລົມພາຍຸພັດຢູ່ບ້ານດອນເມນໃນວັນທີ 16 ເມສາ ຈໍານວນ 4 ຫຼັງຄາເຮືອນ ປະຊາຊົນໄດ້ຮັບຜົນກະທົບ 18 ຄົນ, ຍິງ 7 ຄົນ ມູນຄ່າເສຍຫາຍ 4.000.000 ກວ່າກີບ ແລະ ໄດ້ຊ່ວຍເຫຼືອເບື້ອງຕົ້ນ 600.000 ກວ່າກີບ.



ແຫຼ່ງຂ່າວ:  Media Laos 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.