Header Ads

ຄະດີລັກຊັບຍັງເປັນຄະດີທີ່ພົ້ນເດັ່ນໃນນະຄອນຫຼວງວຽງຈັນ




ສະພາບປະກົດການຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນໃນແຕ່ລະວັນ ພົ້ນເດັ່ນກວ່າໝູ່ແມ່ນບັນ ຫາລັກຊັບພົນລະເມືອງ ສ່ວນຫຼາຍແມ່ນລັກລົດຈັກ ສະແດງອອກໃນໜຶ່ງອາທິດຜ່ານມາ, ມີຄະດີເກີດຂຶ້ນ 44 ເລື່ອງ, ລັກຊັບຂອງພົນລະເມືອງເກີດຂຶ້ນ 27 ເລື່ອງ; ໃນນີ້, ມີລົດຈັກເສຍ 20 ຄັນ ສະເລ່ຍມີລົດຈັກເສຍໄປວັນລະ 2-3 ຄັນ.


ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາບປະກົດການຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ ເກີດຂຶ້ນໃນແຕ່ລະວັນ ເກີດຂຶ້ນຫຼາຍກວ່າໝູ່ແມ່ນບັນຫາລັກຊັບພົນລະເມືອງ ສະແດງອອກນັບແຕ່ວັນທີ 17-23 ເມສາ 2018 ມີຄະດີເກີດຂຶ້ນທັງໝົດ 44 ເລື່ອງ. ໃນນັ້ນລັກຊັບພົນລະເມືອງ ກວມເອົາ 27 ເລື່ອງ ສ່ວນຫຼາຍແມ່ນ ລັກລົດຈັກ, ມີລົດຈັກຖືກລັກ 20 ຄັນ, ອຸບັດຕິເຫດ 9 ຄັ້ງ, ຄາດຕະກໍາ ແລະ ຊິງຊັບພົນລະເມືອງຢ່າງລະ 2 ເລື່ອງ, ທໍາລາຍຊັບ ແລະ ອັກຄີໄພຢ່າງລະ 1 ເລື່ອງ.
ໃນວັນທີ 16 ເມສາ 2018, ໄດ້ມີຄົນຮ້າຍບໍ່ຊາບຈໍານວນເຂົ້າໄປລັກເອົາເຄື່ອງຢູ່ບໍລີສັດ ລາວຈໍາປາ ອິນເຕີເນັດ ຢູ່ບ້ານຫາຍໂຊກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜົນເສຍຫາຍເປັນເຄື່ອງສົ່ງສັນຍານອິນເຕີເນັດ ມູນຄ່າ 25.000.000 ກີບ; ວັນຕໍ່ມາໄດ້ມີຄົນຮ້າຍເຂົ້າໄປລັກເອົາລົດຈັກ MSX ສີ ແດງຂອງ ທ້າວ ຈິດຕະກອນ ອາຍຸ 27 ປີ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ; ວັນທີ 17 ເມສາ 2018, ມີຄົນຮ້າຍ 2 ຄົນ ໃຊ້ລົດຈັກເວບ 100 ເຂົ້າມາລັກເອົາລົດຈັກຟີໂນ ສີຂາວຟ້າ ຂອງນາງ ມະນີວັນ ຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.


ມາວັນທີ 18 ເມສາ 2018, ມີລົດຈັກເວບ 100 ສີດໍາ ຂອງ ນາງ ແຕະ ອາຍຸ 25 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີ ໂຄດຕະບອງ, ລົດຈັກເວບ 100 ສີແດງດໍາ ຂອງ ທ້າວ ວິລະແສນ ອາຍຸ 32 ປີ ຢູ່ບ້ານໂພນພະເນົາ ເມືອງໄຊເສດ ຖາ, ລົດຈັກເວບ 100 ສີຟ້າດໍາ ຂອງນາງ ວຽງວອນ ຢູ່ບ້ານດອນໜູນ ເມືອງໄຊທານີ ຖືກຄົນຮ້າຍລັກໄປ ແລະ ໃນວັນດຽວກັນ, ມີຄົນຮ້າຍບໍ່ຊາບຈໍານວນໄປລັກງັດຮ້ານຄອມພິວເຕີຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ມີຜົນ ເສຍ ຫາຍເປັນເງິນ 3.000.000 ກີບ ແລະ ເຄື່ອງມີຄ່າຈໍານວນໜຶ່ງ; ວັນທີ 19 ເມ ສາ 2018, ໄດ້ມີຄົນຮ້າຍບໍ່ ຊາບຈໍານວນລັກລົດຈັກເວບ ຂອງທ້າວ ສຸກສະຫວັນ ອາຍຸ 29 ປີ ຢູ່ບ້ານທາດຫຼວງ ເມືອງໄຊເສດຖາ, ລົດຈັກເວບ 100 ສີໝາກຄໍ້ ຂອງນາງ ໄພວັນ ອາຍຸ 49 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ, ລົດຈັກຄຣິກ ສີຟ້າຂາວ ຂອງ ນາງ ນາລີ ອາຍຸ 25 ປີ ຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ແລະ ລົດຈັກຂອງ ນາງ ສຸ ລີນດ້າ ອາຍຸ 22 ປີ ຢູ່ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ວັນທີ 20 ເມສາ 2018 ມີຄົນຮ້າຍງັດຫ້ອງແຖວຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ແລ້ວລັກເອົາລົດຈັກຂອງ ນາງ ເປີ້ນ ອາຍຸ 33 ປີ ພັກເຊົາຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ວັນທີ 22 ເມສາ 2018, ຄົນຮ້າຍລັກລົດຈັກຂອງທ້າວ ວິໄລສານ ອາຍຸ 35 ປີ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງ ຈັນ, ລົດຈັກຄຣິກໄອ ສີແດງດໍາຂອງ ທ້າວ ຕູນີ່ ອາຍຸ 30 ປີ ຢູ່ບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ແລະ ໃນວັນ ດຽວກັນ ໄດ້ມີຄົນຮ້າຍບໍ່ຊາບຈໍານວນໄດ້ເຂົ້າໄປງັດເຮືອນຂອງ ທ້າວ ນິດ ອາ ຍຸ 30 ປີ ຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເຄື່ອງຈັກຕັດ ຫຍ້າ ແລະ ໝໍ້ໄຟລົດໃຫຍ່ເສຍ.
ພາບ-ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.