Header Ads

ພິທີເປີດງານແຂ່ງຂັນສີມືແຮງງານຂະແໜງ ພະລັງງານ ແລະ ບໍ່ແຮ່ ຄັ້ງທີ II ປະຈໍາປີ 2018



ໃນວັນທີ 26-28 ເມສາ 2018 ນີ໊ ຢູ່ທີ່ລັດວິສາຫະກິດໄຟຟ້າລາວ ໄດ້ພິທີເປີດງານແຂ່ງຂັນສີມືແຮງງານຂະແໜງ ພະລັງງານ ແລະ ບໍ່ແຮ່ ຄັ້ງທີ II ປະຈໍາປີ 2018 ໂດຍການ ເປັນປະທານ ຂອງທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສູນກາງສະຫະພັນກຳມະບານລາວ , ທ່ານ ບຸນທຽມ ໄຊສົງຄາມ ຄະນະສູນກາງກຳມະບານລາວ ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ມີ ບັນດາຮາກຖານ ແລະ ສະຫະພັນກຳມະບານ ຈາກຫ້ອງການ, ບັນດາກົມ, ລັດວິສາຫະກິດອ້ອມກະຊວງ ແລະ ພາກທຸລະກິດເອກະຊົນເຂົ້າຮ່ວມ. 






ສໍາລັບຈຸດປະສົງກໍ່ເພື່ອການຈັດການແຂ່ງຂັນໃນຄັ້ງນີ້ ແມ່ນການສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 132 ປີ ໃຫ້ເຕັມໄປດ້ວຍບັນຍາກາດ ຄຶກຄື້ນ ມ່ວນຊື່ນ ທັງເປັນການຜູກແໜ້ນຄວາມສາມັກຄີກັນ ການແຂ່ງຂັນໃນຄັ້ງນີ້ ປະກອບມີ 83 ທີມ, ມີ 4 ພາກ ແລະ 14 ຫົວຂໍ້ ຄຶ: 1 ພາກແນວຄິດສ້າງສັນ ຫຼື ແນວຄິດສູ່ນະວະຕະກຳມີ 4 ຫົວຂໍ້, 2 ພາກພະລັງງານ(ແຂ່ງຂັນ ພາກ ເຕັກນິກ) ມີ 5 ຫົວຂໍ້ຍ່ອຍ ,3 ພາກບໍ່ແຮ່ ແລະ ທໍລະນີສາດ ມີ 2 ຫົວຂໍ້ຍ່ອຍ ,4 ພາກການແຂ່ງຂັນວຽກງານ ບໍລິຫານ, ບຸກຄະລາກອນ ມີ3 ຫົວຂໍ້ຍ່ອຍ.










ພາບ-ຂ່າວ: ລັດວິສາຫະກິດໄຟຟ້າລາວ

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.