Header Ads

ໂຈນລັກລົດເຈົ້າໜ້າທີ່ຕຳຫຼວດ ແຕ່ໄປບໍ່ລອດ ຖືກໄລ່ລ່າຈົນລົດຕົກຂົວເສຍຊີວິດ ບ້ານປາກຊາວ ເມືອງຫມື່ນ ແຂວງວຽງຈັນ




ແຂວງວຽງຈັນ:ໃນ ວັນທີ 15/04/2018 ເວລາ13:00 ໂມງ  ຢເມືອງຊະນະຄາມ ແຂວງວຽງຈັນ ເກີດເຫດໂຈນລັກລົດວີໂກ້ຂອງເຈົ້າຫນ້າທີ່ຕໍາຫລວດ ແລ້ວພະຍາຍາມຫຼົບໜີ.





ຂໍ້ມູນເບື້ອງຕົ້ນລະບຸວ່າ ເຈົ້າໜ້າທີ່ ໄດ້ດັກສະກັດ ຜູ້ກ່ຽວແຕ່ບໍ່ຍອມຈອດລົດ ຈົນຖືກຍິງສະກັດກັ້ນລົດ ຈົນເຮັດໃຫ້ລົດເສຍຫຼັກຕົກລົງຫ້ວຍ. ອີງຕາມການບອກເລົ່າຂອງ
ເຈົ້າຂອງລົດ ບອກວ່າ ຂະນະທີເຈົ້າຂອງລົດວິໂກສີດຳ (ເປັນເຈົ້າຫນ້າທີ່ຕຳຫລວດ) ຈອດລົດລົງໄປຊື່ເຄືອງ ແຕ່ຕິດຈັກລົດປະໄວ້ ໄດ້ປະກົດມີຄົນຮ້າຍຂື້ນມາຂັບລົດຫນີໄປ ເຊິງເຫດການຈາກນັ້ນຜູ້ເສຍຫາຍໄດ້ປະສານງານເຈົ້າຫນ້າທີ ໃຫ້ລັດ ແລະ ໄລ່ຕິດຕາມລົດໄປຈົນຮອດ ບ້ານ ປາກຊາວ ເມືອງຫມື່ນ ແຂວງວຽງຈັນ ໄດ້ມີເຈົ້າຫນ້າທີ່ທະຫານອອກມາລັດສະກັດກັ້ນລົດຄັນດັງກ່າວຢູ່ບໍລິເວນສົ້ນຂົວ  ແຕ່ຄົນຮ້າຍບໍ່ຍອມຢຸດລົດ ເຈົ້າຫນ້າທີ່ທະຫານຈິງຕັດສີນໃຈຍິງຕິນລົດ ເຮັດໃຫ້ລົດເສຍຫລັກຕົກລົງຫ້ວຍຢູກ້ອງຂົວ.



ພາຍຫລັງທີ່ລົດຕົກລົງໄປຄົນຮ້າຍຍັງບໍ່ທັນເສຍຊິວິດ ແຕ່ຜູ້ກ່ຽວໄດ້ເອົາປືນຂອງເຈົ້າຫນ້າທີ ທີ່ຢູໃນລົດຍິງໂຕຕາຍຄາລົດທີ່ລັກໄປ ກາຍເປັນເຫດເສົ້າອານາດຕະກາອີກຄະດີໜື່ງໃນປີໄລຍະປິໃໝ່ 2018.

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.