ພາຍຸລະດູຮ້ອນພັດເຂົ້າຫາດດອນຈັນ ທີ່ນະຄອນຫຼວງວຽງຈັນ ເສຍຫາຍສົມຄວນ
ອີງຕາມການລາຍງານຂອງປະຊາຊົນ ວ່າ: ພາຍຸລະດູຮ້ອນພົ່ນພິດແລ້ວ ໂດຍຫຼ້າສຸດປະມານ 16:23 ນາທີຂອງວັນທີ 15 ເມສາ 2018 ນີ້ໄດ້ພັດຮ້ານຂາຍເຄື່ອງ, ໂຕະຕັ່ງ ແລະ ສະຖານທີ່ຕ່າງໆຢູ່ຫາດດອນຈັນ ເຊິ່ງໄດ້ສ້າງຄວາມເສຍຫາຍສົມຄວນ ພ້ອມກັບມີຫຼາຍເສັ້ນທາງໃນນະຄອນຫຼວງມີນໍ້າກັນຂັງເສັ້ນທາງການສັນຈອນ ອັນເນື່ອງມາຈາກປະມານນໍ້າຝົນ ແລະ ຮ່ອງລະບາຍນໍ້າບໍ່ສາມາດລະບາຍນໍ້າ.
ນີ້ແມ່ນສະພາບ ເສັ້ນທາງທີ່ຖືກນໍ້າຖ້ວມອັ່ງອໍຈາກເຫດພາຍຸລະດູຮ້ອນພົ່ນພິດ ຈົນເຮັດໃຫ້ມີຝົນຕົດ ແລະ ຈຸດເກີດເຫດແມ່ນ ຢູ່4 ແຍກໄຟແດງທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
© ຈໍາປາໂພສ | www.champapost.com
_________
Post a Comment