Header Ads

ແຂວງຈຳປາສັກສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 36 ປີ ແລະວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 14 ປີ



ແຂວງຈຳປາສັກສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 36 ປີ. ໃນວັນທີ 26 ເມສາ 2018 ຢູ່ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ດຣ ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ,ທ່ານ ໄຊຄຳ ອຸ່ນມີໄຊ ຄະນະພັກ ຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານ, ມີປະທານກວດກພັກແຂວງ,ຫົວໜ້າ ແລະຄະນະພະແນກກວດກາລັດແຂວງ ພະນັກງານການນຳຫຼັກແຫຼ່ງ,ວິຊາການ ອ້ອມຂ້າງແຂວງເຂົາຮ່ວມຢ່າງຫຼວງຫຼາຍ. 

ໃນພິທີ ດຣ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປສັກ ໄດ້ມີຄຳເຫັນກ່າວເປີດພິທີ ແລະຜ່ານເອກກະສານລະນຶກວັນຕ້ານການສໍ້ລາດບັງຫຼວງຄົບຮອບ 14 ປີ ວັນທີ 9 ທັນວາ 2003 - ວັນທີ 9 ທັນວາ 2017 ຍົກໃຫ້ເຫັນ ສະພາບການສໍ້ລາດບັງຫຼວງ ແລະ ການກຳນົດວັນຕ້ານການສໍ້ລາດບັງຫຼວງສາກົນ,ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຢູ່ ລາວ ແລະ ທິດທາງຕໍ່ໜ້າ.ໂດຍເນັ້ນໃຫ້ຄະນະກວດກາ ແລະເຈົ້າໜ້າທີ່ກ່ຽວຂ້ອງທຸກຂັ້ນ ເຮັດໜ້າທີ່ຂອງຕົນຢ່າງແຂງແຮງ ແລະຈິງຈັງກ່ວາເກົ່າ,ຖືເອົາມາດຕະການທາງກົດໝາຍໃນການຈັດຕັ້ງປະຕິບັດຕໍ່ຜູ້ກະທຳຜິດສໍ້ລາດບັງຫຼວງໃຫ້ຢໍ່າເກງເຂັດຫຼາບ; ເພາະການສໍ້ລາດບັງຫຼວງໄດ້ສ້າງຜົນເສຍຫາຍມາຕໍ່ເສດຖະກິດ - ສັງຄົມຂອງແຂວງກໍຄືປະເທດຊາດ ແລະຍັງກະທົບຕໍ່ບົດບາດດຄວາມສາມາດນຳພາຂອງພັກ. ດັ່ງນັ້ນຈິ່ງມີຄວາມຈຳເປັນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເປັນເຈົ້າການຮ່ວມກັນສະກັດກັ້ນການສໍ້ລາດບັງຫຼວງ ໂດຍສະເພາະຢູ່ແຂວງຈຳປາສັກໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.


ຈາກນີ້ໃນພິທີ ທ່ານ ໜູຈັນ ຈັນທະພົງ ຄະນະປະຈຳພັກແຂວງ ປະທານກວດກາພັກ,ຫົວໜ້າພະແນກກວດກາລັດແຂວງ ກໍໄດ້ຜ່ານເອກກະານລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 36 ປີ ຍົກໃຫ້ເຫັນຄວາມຈຳເປັນຂອງວຽກງານກວດກາ ແລະຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງອົງການກວດກາພັກລັດ ສປປ ລາວ,ຜົນງານງານ, ບົດຮຽນທີ່ຖອດຖອນໄດ້ ແລະທິດທາງ ຂອງວຽກງານກວດກາພັກ-ລັດໃນຕໍ່ໜ້າອີກດ້ວຍ.


ພາບ-ຂ່າວ: ເກດສະໜາ ແກ້ວສຸວັນນະແສງ


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.