Header Ads

ປກສ ແຂວງຫົວພັນ ຈັບເປົ້າໝາຍໄດ້ພ້ອມຂອງກາງ ຢາໄອ໌ສ ຈຳນວນ 40 ກິໂລກຼາມ, ຢາບ້າ 390 ຖົງ(78.000 ເມັດ) ແລະ ເຮໂຣອິນ 2 ແທ່ງ



ໃນວັນທີ 20 ເມສາ 2018 ຜ່ານມານີ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຫົວພັນ ໄດ້ຈັບເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານນາທົ່ງຈອງ ເມືອງຊຳເໜືອ ແຂວງຫົວພັນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ໃນນັ້ນມີຢາໄອ໌ສ ຈຳນວນ 40 ກິໂລກຼາມ, ຢາບ້າ 390 ຖົງ ລວມມີ 78.000 ເມັດ, ເຮໂຣອິນ 2 ແທ່ງ ແລະ ໂທລະສັບ 1 ເຄື່ອງ.




ເຈົ້າໜ້າທີ່ ປກສ ແຂວງຫົວພັນ ເປີດເຜີຍວ່າ: ຜູ້ຖືກຫາຊື່ ທ້າວ ທອງສີຢ່າງ ອາຍຸ 62 ປີ ພະນັກງານບຳນານ ຢູ່ບ້ານຊາຍຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວເປັນຂອງຜູ້ກ່ຽວແທ້, ເຊິ່ງໄດ້ຮັບຊື້ໄວ້ນຳກຸ່ມຮ່ວມຂະບວນການນຳກັນ ເພື່ອເອົາມາຂາຍຕໍ່ໃຫ້ຜູ້ສັ່ງຊື້ ເຊິ່ງນັດສົ່ງໃຫ້ກັນຢູ່ເຂດບ້ານນາທົ່ງຈອງ ເມືອງຊຳເໜືອ ແຂວງຫົວພັນ, ພໍໄປຮອດຈຸດໝາຍກໍຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ ພ້ອມຂອງກາງຢາເສບຕິດຈໍານວນດັ່ງກ່າວ.ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຈັບຕົວຜູ້ຮ່ວມຂະ ບວນການນໍາກັນ ເພື່ອໄປດໍາເນີນຄະດີຕາມກົດໝາຍ.



ພາບ - ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.