Header Ads

ກຸ່ມບໍລິສັດຫົງເຢັ້ຍຈາກສປປຈີນເກັບຊື້ຊາໝ້ຽງທໍາມະຊາດຢູ່ 4 ເມືອງຂອງແຂວງໄຊຍະບູລີ



ພິທີເຊັນບົດບັນທືກຊ່ວຍຈໍາລະຫວ່າງອົງການປົກຄອງ ເມືອງໄຊຍະບູລີ, ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ກັບ ກຸ່ມບໍລິສັດຫົງເຢັ້ຍ ຈາກ ສປປຈີນ,ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ເມສາ 2018 ນີ້, ທີ່ຫ້ອງປະຊຸມ ຮ້ານອາຫານສາຍນໍ້າຮຸ່ງ ແຂວງໄຊຍະບູລີ; ເຂົ້າຮ່ວມໃນພິທີມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາກົມການເມືອງສູນກາງພັກ, ມີທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ, ມີເຈົ້າເມືອງ 4 ເມືອງ, ມີຫົວໜ້າ,ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການບໍລິສັດດັ່ງກ່າວເຂົ້າຮ່ວມ.



ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງໄຊຍະບູລີ ໂດຍສະເພາະວຽກງານສົ່ງເສີມການຜະລິດເປັນສິນຄ້າ ເຊິ່ງປັດຈຸບັນແມ່ນເປັນວຽກວາລະແຫ່ງຊາດ ທັງເປັນບັນຫາທີ່ມີລັກສະນະຍຸດທະສາດ ທີ່ແຂວງໄຊຍະບູລີ ພວກເຮົາຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຊີ້ນຳ-ນຳພາໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂື້ນຢ່າງໜັກແໜ້ນ. 



ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ ຕິດພັນກັບການນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ ຮັບປະກັນໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ມີວຽກເຮັດງານທຳທີ່ໝັ້ນທ່ຽງ ແລະ ລາຍໄດ້ສູງຂື້ນ ໂດຍການສົ່ງເສີມວິສາຫະກິດໃນຂົງເຂດການຜະລິດກະສິກຳຢູ່ເຂດຊົນນະບົດ ໂດຍຜ່ານການຄົ້ນຄວ້າ ແລະ ວາງເງື່ອນໄຂໃຫ້ແທດເໝາະກັບຕົວຈິງ ແນໃສ່ຍົກສູງການຜະລິດ ແລະ ຈຳໜ່າຍ, ດັ່ງນັ້ນທາງອໍານາດການປົກຄອງ 4 ເມືອງ ຂອງແຂວງ ໄຊຍະບູລີຈຶ່ງໄດ້ເຊັນບົດບັນທຶກ ກັບ ກຸ່ມບໍລິສັດ ຫົງເຢັ້ຍ ໂດຍເຫັນດີເປັນເອກະພາບ ຮ່ວມກັນຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຕາມຂັ້ນຕອນ ເຊັ່ນ: ບໍລິສັດຈະສົ່ງຄະນະວິຊາການດ້ານໃບຊາ ມາສົມທົບກັບ 4 ເມືອງ ເພື່ອລົງເກັບກຳຂໍ້ມູນລາຍລະອຽດ ວ່າແຕ່ລະເມືອງມີເທົ່າໃດ, ຕົ້ນຊາທີ່ຢູ່ໃນເຂດປ່າຄຸ້ມຄອງຂອງລັດ ແລະ ຂອງປະຊາຊົນມີເທົ່າໃດ;ກຳນົດຮູບແບບການລົງທຶນ, ຄວາມຮັບຜິດຊອບ ແລະ ການແບ່ງປັນລາຍໄດ້;ທີການດຳເນີນງານ;ການປະສານງານ ແລະ ກຳນົດຄວາມຮັບຜິດຊອບຂອງແຕ່ລະຝ່າຍ;ກຳນົດເຂດໂຄງການ;ການອຳນວຍຄວາມສະດວກໃນການນຳເຂົ້າ ແລະ ສົ່ງອອກ;ພາສີ, ອາກອນ ແລະ ພັນທະດ້ານການເງິນຂອງບໍລິສັດ;ການກຳນົດລາຄາ;ການປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມ; ໄລຍະເວລາ ແລະ ມູນຄ່າການລົງທຶນ ແລະ ຂໍ້ກຳນົດອື່ນໆ, ຈາກນັ້ນຕາງໜ້າໃຫ້ທັງສອງຝ່າຍກໍ່ໄດ້ເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງ 4 ເມືອງກັບບໍລິສັດ ໂດຍຊ້ອງໜ້າ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາກົມການເມືອງສູນກາງພັກ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ ແລະ ບັນດາແຂກທີ່ເຂົ້າຮ່ວມ.



ພາບ-ຂ່າວ: ມີເດຍລາວ 
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.