Header Ads

ໃຊ້ໝໍ້ຊອດປາ ສຸດທ້າຍຊອດໂຕເອງເສຍຊິວິດ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ




ອີງຕາມການລາຍງານຂອງໜ່ວຍກູ້ໄພວ່າ : ໃນວັນທີ 23 ເມສາ 2018ເວລາປະມານ14:00 ນາ ໜ່ຍກູ້ໄພໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີ ຄົນຖືກໝໍ້ຊອດປາ ຊອດເສຍຊິວິດ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. 





ດັ່ງນັ້ນ ທີມກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບເຫັນຊາຍໄວ້ກາງຄົນນອນເສຍຊິວິດສະພາບຖືກຊອດບໍລິເວນໃບໜ້າ ຈຶ່ງປະສານຫາເຈົ້າໜ້າທີ່ບ້ານ ແລະ ຕຳຫຼວດ ລົງມາເກັບກຳຂໍ້ມູນ ແລະ ນຳສົ່ງຍາດພີ່ນ້ອງເຮັດພິທີທາງສາດສະໜາຕໍ່ໄປ.


ພາບ ແລະ ຂ່າວ: ໜ່ວຍກູ້ໄພ 1624 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.