Header Ads

ເຊກອງ ແລກປ່ຽນບົດຮຽນ ໃນການຕິດຕາມກວດກາ ການປະຕິບັດກົດໝາຍກ່ຽວກັບການດໍາເນີນຄະດີການຄ້າມະນຸດ



ໃນຕອນເຊົ້າວັນທີ 23 ເມສາ ນີ້ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການຕິດຕາມ ກວດກາການປະຕິບັດກົດໝາຍກ່ຽວກັບການດໍາເນີນຄະດີການຄ້າມະນຸດ ຂອງອົງການສືບສວນ-ສອບສວນ ຂຶ້ນຢູ່ທີ່ຫ້ອງປະຊຸມອົງການໄອຍະການແຂວງເຊກອງ ໂດຍການເປັນປະທານຂອງທ່ານ ບຸນຍັງ ຈັນດາລະສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີທ່ານ ສົມນິດ ສີລິບຸນລ້ຽງ ຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ, ພ້ອມດ້ວຍຄະນະ ຕະຫຼອດຮອດວິຊາການທີ່ມາຈາກ ອອປສ, ອົງການໄອຍະການປະຊາຊົນແຂວງ ແລະ ເຂດ ເຂົ້່າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ເນີນເປັນເວລາ 2 ວັນ ( 23-24/4/2018) ຈຶ່ງຈະສໍາເລັດ.



ທ່ານ ນາງ ວິໄລສິນ ແດນຫັນສາ ຫົວໜ້າພະແນກຮ່ວມມືກັບຕ່າງປະເທດ, ຮອງຫົວໜ້າຮັບຜິດຊອບວຽກງານການດໍາເນີນຄະດີການຄ້າມະນຸດ ອອປສ ໄດ້ບັນລະຍາຍໃຫ້ຮູ້ບັນດາບົດຮຽນກ່ຽວກັບການຕິດຕາມ ກວດກາໃນການດໍາເນີນການສືບສວນ-ສອບສວນຄະດີການຄ້າມະນຸດ ເຊິ່ງປະກອບມີ: ຄວາມຮູ້ທົ່ວໄປກ່ຽວກັບວຽກງານການຕ້ານການຄ້າມະນຸດ, ການຕິດຕາມ ກວດກາໃນການປະຕິບັດກົດໝາຍ ແລະ ການດໍາເນີນຄະດີອາຍາຂອງອົງການສືບສວນ-ສອບສວນ ແລະ ບັນຫາທີ່ນໍາມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນແມ່ນ ບັນດາສົນທິສັນຍາທີ່ກ່ຽວຂ້ອງກັບວຽກງານການຕ້ານການຄ້າມະນຸດ, ສະພາບການຄ້າມະນຸດໃນ ສປປ ລາວ, ໄຈ້ແຍກນິຍາມການຄ້າມະນຸດ, ຄວາມແຕກຕ່າງຂອງການກະທຳຜິດໃນສະຖານການຄ້າມະນຸດ ແລະ ການກະທໍາຜິດອື່ນໆ.




ນອກຈາກນີ້ ຜູ້ເຂົ້າຮ່ວມໄດ້ຮ່ວມກັນສຶກສາ ແລະ ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານການດໍາເນີນຄະດີ ໂດຍສະເພາະຄະດີອາຍາ ເຊິ່ງເຫັນວ່າຍັງມີຫຼາຍບັນຫາທີ່ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນເປັນເອກະພາບໃນການຈັດຕັ້ງປະຕິບັດເທົ່າທີ່ຄວນ, ເພື່ອນໍາເອົາບົດຮຽນທີ່ຖອດຖອນໄດ້ ໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບວຽກງານຕົວຈິງໃນຕໍ່ໜ້າ.



ໃນວາລະກອງປະຊຸມ ຍັງຈະໄດ້ແນະນໍາວຽກງານການຕິດຕາມ ກວດກາໃນການດໍາເນີນຄະດີການຄ້າມະນຸດ, ແນະນໍາບາງວຽກງານກ່ຽວກັບການຕິດຕາມ ກວດກາໃນການປະຕິບັດກົດໝາຍ ແລະ ການດໍາເນີນຄະດີອາຍາ ຂອງອົງການສືບສວນ-ສອບສວນ; ນອກນີ້ ຍັງຈະໄດ້ຮັບຟັງການໂອ້ລົມ-ຊີ້ນໍາ ຕໍ່ການປະຕິບັດໜ້າທີ່ວຽກງານດັ່ງກ່າວ ຈາກ ປະທານກອງປະຊຸມຕື່ມອີກ.


ພາບ-ຂ່າວ: ພຸດທະສອນ

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.