Header Ads

ປກສ ເມືອງນາໝໍ້ກັກຕົວຜູ້ຄ້າ-ຂາຍຢາເສບຕິດ ຍຶດຂອງກາງເກືອບ 400 ເມັດ



ແຂວງອຸດົມໄຊ : ເວລາ 10 ໂມງ 15 ນາທີ ຂອງວັນທີ 23 ມີນາ 2018, ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີຊາວໜຸ່ມຈຳນວນໜື່ງໄດ້ມີການມົ້ວສຸມຢາເສບຕິດຢູ່ທີເຮືອນຂອງຜູ້ຂາຍຢາເສບຕິດ(ຢາບ້າ) ຢູ່ບ້ານໂຮມໄຊ ເມືອງນາໝໍ້ ແຂວງອຸດົມໄຊ ,ກອງບັນຊາການ ປກສ ເມືອງດັ່ງກ່າວຈິ່ງໄດ້ແຕ່ງຕັ້ງວິຊາສະເພາະລົງສັນນະສູດແຫຼງຂ່າວເຫັນວ່າມີມູນຄວາມຈິ່ງ,ຈິງໄດ້ບັນຈຸ ແລະ ຈັດວາງກຳລັງວິຊາສະເພາະເຂົ້າມ້າງຈຸດດັ່ງກ່າວ,ຜ່ານການກວດຄົ້ນຕົນຕົວ ແລະ ເຮືອນຂອງຜູ້ຕ້ອງສົງໄສໄດ້ພົບເຫັນເຄື່ອງຂອງກາງປະເພດຢາບ້າຈຳນວນ 355 ເມັດທີ່ຊຸກເຊື່ອງໄວ້ຢູ່ໃນຕົນຕົວ ແລະ ຫີບໃນຫ້ອງນອນຂອງຜູ້ກ່ຽວ



ເຈົ້າໜ້າທີ່ຈິງໄດ້ກັກຕົວພ້ອມເຄື່ອງຂອງກາງມາສືບສວນ-ສອບສວນ ເພີ່ມຕື່ມ; ຜູ້ຖືກຫາ ຊື່ ທ້າວ ຊຽງເມົາ ,ອາຍຸ 46 ປີ,ຫວ່າງງານ,ຢູ່ບ້ານໂຮມໄຊ ເມືອງນາໝໍ້ ແຂວງອຸດົມໄຊ; ໃນຂໍ້ຫາຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ຜູ້ຖືກຫາໄດ້ໃຫ້ປາກຄຳຕໍ່ການສືບສວນ-ສອບສວນຂອງເຈົ້າໜ້າທີ່ວ່າ: ຢາບ້າຈຳນວນ 355 ເມັດເປັນຂອງຕົນແທ້ ເຊິ່ງໄດ້ຊື້ນຳຜູ້ຊາຍບໍ່ຊາບຊື່,ຢູ່ບ້ານພູລີ ເມືອງນາມໍ່້ທີ່ເປັນຄົນມາຂາຍໃຫ້ຕົນເອງຢູ່ເຮືອນ 01 ຖົງ,ມີຈຳນວນ 200 ເມັດ,ໃນລາຄາ 600.000 ກີບ ແລະ ຕົນໄດ້ຕົກລົງຊື້ຢາບ້ານຳຜູ້ຊາຍຄົນນັ້ນຈຳນວນ 02 ຖົງເທົ່າກັບ 400 ເມັດຕົກເປັນເງິນຈຳນວນ 1.200.000 ກີບ


ຈາກນັ້ນກໍ່ໄດ້ຂາຍໃຫ້ຊາວໜຸ່ມທີ່ມາຊື້ ແລະ ເສບຢູ່ເຮືອນຂອງຕົນເອງລາຄ່າ 01 ເມັດຕໍ່ 10.000 ກີບ ແລະ ໄດ້ຂາຍອອກຈຳນວນ 45 ເມັດເປັນເງິນ 450.000 ກີບ,ສ່ວນທີ່ເຫຼືອຕົນເອງໄດ້ເກັບມຽ້ນເພື່ອຂາຍຕໍ່ໄປ, ຮອດເວລາ 10 ໂມງ 15 ນາທີ ຂອງວັນທີ 23 ມີນາ 2018 ຈິ່ງຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາໝໍ້ເຂົ້າກັກຕົວກ່ອນ;ສ່ວນເງິນກີບທີ່ເຈົ້າໜ້າກວດພົບເຫັນ ຈຳນວນ 26.000.000 ກີບແມ່ນເງິນທີ່ໄດ້ມາຈາກການຄ້າ-ຂາຍຢາເສບຕິດມາແລ້ວຫຼາຍຄັ້ງ. ປະຈຸບັນເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາໝໍ້ໄດ້ສົ່ງມອບຜູ້ຖືກຫາ ພ້ອມຂອງກາງ ຈຳນວນດັ່ງກ່າວໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ພາບ-ຂ່າວ: ພຸດ  (ປກສ  ເມືອງນາໝໍ້)
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.