Header Ads

ປກສ ແຂວງຄຳມ່ວນ ຈັບກຸ່ມຄ້າຂາຍຢາບ້າໄດ້ 3 ຄົນ ພ້ອມຂອງກາງເກືອບ 24.000 ເມັດ (12 ມັດ)



ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານ ຢາເສບຕິດ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເຂົ້າ ຈັບກຸມເປົ້າໝາຍຄ້າຂາຍຢາເສບຕິດຢູ່ເສັ້ນທາງເລກທີ 12 ເຂດເຊື່ອມຕໍ່ລະຫວ່າງບ້ານໂພນສະຫວ່າງ ເມືອງຍົມມະ ລາດ ຫາບ້ານອີລານ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ 3 ຄົນ ຢຶດຢາບ້າໄດ້ 12 ມັດ ເທົ່າກັບ 23.950 ເມັດ ໃນ ຂະນະລໍຖ້ານັດສົ່ງຢາບ້າຈໍານວນດັ່ງກ່າວໃຫ້ຜູ້ສັ່ງຊື້.


ເຈົ້າໜ້າເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າເປົ້າ ໝາຍທັງສາມຄົນກໍາລັງເຄື່ອນໄຫວເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ ຢູ່ເສັ້ນທາງເລກທີ 12 ເຂດເຊື່ອມຕໍ່ລະຫວ່າງບ້ານໂພນສະຫວ່າງ ເມືອງຍົມມະລາດ ຫາບ້ານອີລານ ເມືອງມະຫາໄຊ ແຂວງຄຳມ່ວນ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຕິດຕາມຈັບ. ມາຮອດເວລາ 15:00 ໂມງ ຂອງວັນດຽວ ກັນ ຈຶ່ງເຫັນເປົ້າຈໍານວນດັ່ງກ່າວຂັບຂີ່ລົດຈັກຊ້ອນກັນໄປຈອດຢູ່ຈຸດນັດໝາຍ. ຈາກນັ້ນ, ເຈົ້າໜ້າທີ່ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຄຳມ່ວນ ຈຶ່ງໄດ້ເຂົ້າຈັບກຸມພວກກ່ຽວ ໄດ້ຜູ້ຖືກຫາ 3 ຄົນ ຊື່ ທ້າວ ແກ້ວ ອາຍຸ 30 ປີ ຢູ່ບ້ານເລົ່າງາມ ເມືອງຍົມມະລາດ ແຂວງຄຳມ່ວນ, ທ້າວ ເນັ່ງຊົ່ງ ອາຍຸ 30 ປີ ຢູ່ບ້ານທົ່ງແສນ ແລະ ທ້າວ ຄຳເພັດ (ເຊັງ) ອາຍຸ 37 ປີ ຢູ່ບ້ານທົ່ງແສນ ເມືອງຄຳເກີດ ແຂວງບໍລິ ຄຳໄຊ ພ້ອມ ຂອງກາງຢາບ້າຈຳນວນ 12 ມັດ ເທົ່າກັບ 23.950 ເມັດ.

ຜ່ານການສອບສວນ, ພວກກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງພວກກ່ຽວແທ້, ເຊິ່ງໄດ້ ຮ່ວມກັນເອົາໄປຊື້່ເອົາຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ, ເພື່ອຈະເອົາໄປຂາຍໃຫ້ຜູ້ຮ່ວມຂະບວນການນໍາກັນ ໂດຍ ນັດກັນຢູ່ເສັ້ນທາງເລກທີ 12, ພໍໄປຮອດ ກໍຖືກເຈົ້າໜ້າ ທີ່ຕໍາຫຼວດກັກຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ. ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການດຳເນີນການ ສອບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນ ການມາລົງໂທດຕາມຂັ້ນຕອນຂອງກົດໝາຍ.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.