Header Ads

ປະທານປະເທດ ຕ້ອນຮັບປະທານລັດຖະສະພາ ສີລັງກາ



ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ກາຣູ ຈາຍາ ສຸຣິຍາ ປະທານລັດຖະສະພາ ແຫ່ງສາທາລະນະລັດ ສັງຄົມ ນິຍົມ ປະຊາທິປະໄຕ ສີລັງກາ ພ້ອມດ້ວຍຄະນະ ໃນວັນທີ 23 ເມສານີ້ ທີ່ທຳນຽບປະທານປະ ເທດ ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 21 – 24 ເມສານີ້.
ໃນໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ ທ່ານ ກາຣູ ຈາຍາ ສຸຣິຍາ ພ້ອມດ້ວຍຄະນະ ທີ່ໄດ້ ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ຊຶ່ງຈະເປັນການປະ ກອບສ່ວນອັນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງ ສປປ ລາວ ແລະ ສີລັງກາ ທີ່ມີມາແຕ່ດົນ ນານແລ້ວ ໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນ, ເວົ້າລວມເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວກັບລັດຖະສະພາ ແຫ່ງ ສາ ທາລະນະລັດ ສັງຄົມນິຍົມປະ ຊາທິປະໄຕ ສີລັງກາ ໃຫ້ຂະ ຫຍາຍຕົວຍິ່ງຂຶ້ນ ແລະ ໃນ ໂອກາດດຽວກັນ ທ່ານ ກາຣູ ຈາຍາ ສຸຣິຍາ ກໍໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນ ຄັ້ງນີ້, ພ້ອມທັງລາຍງານກ່ຽວ ກັບສະພາບການຮ່ວມມືລະ ຫວ່າງສອງສະພາແຫ່ງຊາດ ລາວ ແລະ ລັດຖະສະພາສີລັງກາ ແມ່ນປະສົບຜົນສຳເລັດເປັນ ຢ່າງດີ.

© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.