Header Ads

ເມືອງປາກເຊ ແຂວງຈຳປາສັກຈັດພິທີແຫ່ນາງສັງຂານ ແລະ ສົງພະພຸດທະຣູບຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018




ພິທີແຫ່ນາງສັງຂານ ແລະຫົດສົງພຣະພຸດທະຣູບເນື່ອງໃນໂອກາດບຸນກຸດສົງການປີໃໝ່ລາວ ພສ 2561 ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງປາກເຊ ຈັດຂຶ້ນດ້ວຍສີສັນບັນຍາກາດອັນສວຍງາມ ແລະ ຖືກຕ້ອງຕາມຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ. ໃນຕອນແລງຂອງວັນທີ 14 ເມສາ ເຊິ່ງກົງກັບມື້ແຮມ 14 ຄໍ່າ ເດືອນ 4 ຫຼື ມື້ສັງຂານລ່ວງຂອງບຸນປີໃໝ່ລາວ. ມີພະສົງສາມະເນນ, ອໍານາດການປົກຄອງແຂວງ, ອໍານາດການປົກຄອງເມືອງປາກເຊ, ເຖົ້າແກ່ມົນໂທ, ພະແນກການກົມກອງ, ອົງການຈັດຕັ້ງຕ່າງໆ ແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.



ພິທີແຫ່ໄດ້ເລີ່ມຕົ້ນຈາກບ້ານໂພນໄຊໄປຕາມທາງເລກທີ 13 ຜ່ານໜ້າປົກຄອງເມືອງໄປຍັງວັດຫຼວງປາກເຊ. ຊຶ່ງເລີ່ມຕົ້ນດ້ວຍຂະບວນແຫ່ພຣະລັດຕະນະໄຕ ຫຼື ເອີ່ນວ່າຂະບວນຂອງ ພຣະພຸດ, ພຣະທຳ, ພຣະສົງ, ຂະບວນພາຂວັນໃຫຍ່ເຊິ່ງແມ່ນເອກະລັກຂອງເມືອງປາກເຊ ,ຂະບວນນາງສັງຂານໂລໂກ້ຫຼັກຂອງງານບຸນປີໃໝ່ລາວ ເຊິ່ງສືບທອດມາແຕ່ບູຮານນະການ. ຈາກນີ້ກໍມີຂະບວນວົງດົນຕີລາວເດີມ, ຟ້ອນມ່ວນຊື່ນຕາມປະເພນີ ອັນທີ່ພິເສດຕ່າງຈາກປີຜ່ານມາຍັງມີຂະບວນຟ້ອນເປົ່າແຄນ, ເຊິ່ງແຄນແມ່ນຕິດພັນກັບຄົນລາວຈາກອາດິດເຖິງປັດຈຸບັນ ແລະກາຍເປັນມໍລະດົກລາວ-ມໍລະດົກໂລກ, ຂະບວນຕີກອງຫາງ, ຂະບວນລົດສາມລໍ້,ຂະບວນກິລາພື້ນເມືອງໂຍນຂີ່ມ້າ ແລະ ຂະບວນຊົນມວນຊົນ ທັງໝົດ 17 ຂະບວນໃຫຍ່ ໃນແຕ່ລະຂະບວນໄດ້ປະດັບເອ້ຢ້ອງຕົບແຕ່ງຢ່າງສວຍງາມສ່ອງແສງເຖິງຄວາມຮຸ່ງເຮືອງທາງດ້ານສິລະປະວັດທະນະທຳ, ເສດຖະກິດສັງຄົມຂອງເມືອງປາກເຊ ກໍຄືແຂວງຈຳປາສັກທີ່ນັບມື້ຈະເລີນກ້າວໜ້າ.


ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າເມືອງໆປາກເຊ ຮອງປະທານຜູ້ປະຈຳການຈັດງານບຸນປີໃໝ່ລາວຂັ້ນແຂວງໄດ້ກ່າວໄຂງານຄັ້ງນີ້ວ່າ: ການແຮ່ນາງສັງຂານນີ້ມີຄວາມສວຍງາມເປັນລະບຽບຮ້ອຍ ຍ້ອນທຸກພາກສ່ວນໃນສັງຄົມມີຄວາມເປັນເຈົ້າການ ເຮັດໃຫ້ເປັນການຮັກສາໄດ້ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ທັງເປັນການດຶງດູດໃຫ້ນັກທ່ອງທ່ຽວສົນໃຈເຂົ້າມາທ່ອງທ່ຽວເມືອງປາກເຊແຂວງຈຳປາສັກນັບມື້ນັບຫຼາຍ. 


ໃນໂອກາດນີ້ທ່ານ ດຣ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກໄດ້ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ, ແລະໄດ້ນຳພາຄະນະ, ນາງສັງຂານ ແລະ ມວນຊົນທຸກພາກສ່ວນໃນຂະບວນເຂົ້າຮ່ວມພິທີບາສີ, ຫົດສົງພະພຸດທະຮູບເພື່ອເປັນການສະສາງລ້າງສ່ວາຍສິ່ງບໍ່ດີບໍ່ງາມໄປນຳປີເກົ່າ, ເດືອນເກົ່າ, ປີໃໝ່ ພສ 2561 ຮັບເອົາແຕ່ໂຊກໄຊ ເຂົ້າມາໃນຊີວິດ. ຜູ້ເຂົ້າຮ່ວມຂະບວນແຫ່ ແລະນາງສັງຂານທີ່ ຫົດສົງພະພຸດທະຮູບໄດ້ສະແດງຄວາມຮູ້ສຶກພາກພູມໃຈທີໄດ້ເຂົ້າຮ່ວມອີກດ້ວຍ.


ນອກຈາກມີພິທີແຫ່ ແລະ ຫົດສົງພະພຸດທະຮູບຢູ່ວັດຫຼວງປາກເຊ ເຊິ່ງແມ່ນສູນລວມຂອງປວງຊົນລາວຊາວພຸດແຂວງພາກໃຕ້ແລ້ວ-ມວນຊົນຍັງໄດ້ສົງພະຢູ່ວັດວາແຫ່ງຕ່າງໆຢ່າງເປັນຂະບວນ ເພື່ອຊ່ວຍກັນສືບທອດວັດທະນະທຳຮິດຄອງປະເພນີອັນດີງາມທີ່ຄົນລາວຊາວພຸດສືບທອດ ແລະ ປະຕິບັດກັນມາແຕ່ບູຮານນະການ.

ໂດຍ: ເກດສະໜາ ແກ້ວສຸວັນນະແສງ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.