Header Ads

ພົບພຣະພຸດທະຮູບເກົ່າແກ່ຢູ່ຖໍ້າ ບ້ານນາຄາ ເມືອງຄູນຄຳ ແຂວງຄຳມ່ວນ



ແຂວງຄຳມ່ວນ :  ໃນວັນທີ່ 17 ເມສາ 2018 ຜ່ານມານີ້ ມີລາຍງານຈາກຊາວບ້ານວ່າໄດ້ພົບ ພຣະພຸດທະຮູບເກົ່າແກ່ຢູ່ຖໍ້າ ບ້ານນາຄາ ເມືອງຄູນຄຳ ແຂວງຄຳມ່ວນ  ເຊິ່ງປະຈຸບັນໄດ້ມີອໍານາດການປົກຄອງທ້ອງຖີ່ນເຜົ້າຮັກສາເພື່ອຄວາມປອດໄພ. ສໍາລັບຈຸດທີ່ພົບ ພຣະພຸດທະຮູບເກົ່າແກ່ແມ່ນຢູ່ທາງແບ່ງວຽງທອງ ເຂົ້າໄປປະມານ 3 ກິໂລແມັດ ແລ້ວໄປຮອດບ້ານກະແຕ  (ເລີຍບ້ານໄປນ້ອຍໜຶ່ງ)  ແລ້ວຈະພົບປ້າຍບອກເສັ້ນທາງເຂົ້າບ້ານ ນາຄາ ໂດຍມີໄລຍະທາງປະມານ 4 ກິໂລແມັດຕື່ມຈາກຈຸດທີ່ຕັ້ງປ້າຍບອກທາງຫາຖໍ້າ ທີ່ເປັນຈຸດທີ່ພົບ ພຣະພຸດທະຮູບ.










ພາບ-ຂ່າວ: ແພງ ໄຊນໍາໂຊກ 

© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.