ເຫດຄົນຜິດຖຽງກັນຈົນເຖິງຂັ້ນລົງມືດືກຂອງມີຄົມໃສ່ອີກຝ່າຍບາດເຈັບສົມຄວນ
ອີງຕາມການລາຍງານຂອງໜ່ວຍກູ້ໄພ ວ່າ : ໃນວັນທີ 26 ເມສາ 2018 ເວລາ 09:02 ໄດ້ມີເຫດຄົນຜິດຖຽງກັນຈົນເຮັດໃຫ້ເກີດການດືກຂອງມີຄົມໃສ່ອີກຝ່າຍເຮັດໃຫ້ໄດ້ຮັບປາດເຈັບສົມຄວນ ເຊິ່ງຈຸດເກີດເຫດແມ່ນຫ້ອງການບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງຈຸດເກີດເຫດມີຄົນເຈັບ 1 ຄົນ ອາຍຸ: 58 ປີ ເພດຊາຍ ຢູ່ບ້ານວຽງຄຳ ເມືອງ ສີໂຄດຕະບອງ ແຂວນະຄອນຫຼວງວຽງຈັນ ໂດຍອາການເບື້ອງຕົ້ນແມ່ນມີບາດເປີດຢູ່ຫຼັງຈາກຂອງມີຄົມແທງເຂົ້າ.
ບາດເຈັບສຸກເສີນໂທເບີ 1623 ຕະຫຼອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພ 1623
© ຈໍາປາໂພສ | www.champapost.com
_________
Post a Comment