Header Ads

ລັດວິສາຫະກິດໄຟຟ້າ ນະຄອນຫຼວງເລັ່ງສ້ອມແປງລະບົບໄຟຟ້າ ໃນເຂດ 4 ຕົວເມືອງ ທີ່ໄດ້ຮັບຜົນກະທົບຈາກພາຍຸ 25/4/2018





ວັນທີ 25/04/2018 ເວລາປະມານ 18:00 ນາທີ ໄດ້ເກີດມີພາຍຸລະດູຮ້ອນພັດເຂົ້າຕົວເມືອງນະຄອນຫລວງວຽງຈັນແລະ ຮອບນອກດ້ວຍຄວາມຮຸນແຮງ ເຊິ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ, ໂດຍສະເພາະເຂດ 4 ຕົວເມືອງໃນ ເປັນຕົ້ນເຂດເມືອງໄຊເສດຖາ, ສີໂຄດຕະບອງ, ສີສັດຕະນາກ, ນາຊາຍທອງ ເຊິ່ງເຫດດັ່ງກ່າວເຮັດໃຫ້ຫລາຍບ້ານບໍ່ມີໄຟຟ້າໃຊ້ເພາະເສົາໄຟຫັກ,ສາຍໄຟຂາດ ແລະ ມີສິ່ງປຸກສ້າງຫັກທັບສາຍສົ່ງແຮງກາງແລະແຮງຕໍ່າຂາດ.





ປະຈຸບັນພະນັກງານຫນ່ວຍສ້ອມແປງໄຟຟ້າລາວທຸກຈຸດທຸກເມືອງໄດ້ລະດົມກຳລັງອ້າຍນ້ອງພ້ອມເຄື່ອງມືຄົບຊຸດກຳລັງແກ້ໄຂສະຖານະການເພື່ອໃຫ້ສົ່ງກະແສໄຟຟ້າໃຫ້ປະຊາຊົນໃຫ້ໄດ້ໄວທີ່ສຸດ. ຄາດວ່າຈະສາມາດກູ້ໄຟທັງຫມົດໄດ້ໃນໄລຍະອັນໄກ້ນີ້. ລັດວິສາຫະກິດໄຟຟ້າລາວ ຈຶ່ງຂໍອະໄພໃນຄວາມບໍ່ສະດວກໃນການນຳໃຊ້ໄຟຟ້າມານະທີ່ນີ້ດ້ວຍ.










ທີ່ມາ: ລັດວິສາຫະກິດໄຟຟ້າລາວ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.