Header Ads

ເຫດເບື່ອເຂົ້າປຸ້ນ ບ້ານລະຄອນເພັງ ແຂວງສາລະວັນ




ແຂວງສາລະວັນ : ວັນທີ 23 ເມສາ 2018 ຜ່ານມານີ້ ມີລາຍງານຈາກປະຊາຊົນວ່າ ໄດ້ເກີດເຫດບໍ່ຄາດຝັນຂື້ນ ໂດຍເຫດການມີປະຊາຊົນຈໍານວນຫລາຍເບື່ອເຂົ້າປຸ້ນຮາກໄລທ້ອງໄລໄສ້, ຖອກທ້ອງ ແລະ ເປັນວິນ ເຊິ່ງການເຫດດັ່ງກ່າວແມ່ນເກີດຢູ່ບ້ານ ລະຄອນເພັງ ແຂວງສາລະວັນ .







ຂໍ້ມູນລະບຸວ່າ ການເຫດດັ່ງກ່າວ ເຮັດໃຫ້ມີປະຊາຊົນຈໍານວນຫລາຍເບື່ອເຂົ້າປຸ້ນ ຈົນເຖິງຂັ້ນນໍາສົ່ງໄປໂຮງຫມໍດ່ວນ . ຫລ້າສຸດມີລາຍງານວ່າປະຊາຊົນທີ່ເບື່ອເຂົ້າປຸ້ນທັງຫມົດໄດ້ພົ້ນຂີດອັນຕະລາຍແລ້ວ ແລະ ໄດ້ພາກັນກັບເຮືອນຊານບ້ານຊ່ອງຂອງຕົນແລ້ວ. 




© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.