Header Ads

ສຸດຫົດຫູ່ໃຈ ! ແຕ່ງງານໄດ້ 9 ວັນ ເຈົ້າບ່າວຕັດສີນແຂວນຄໍເສຍຊີວິດ



ແຂວງຈໍາປາສັກ : ຜູ້ໃຊ້ເຟສບຸກຊື່ Soukpanee Somdy ໄດ້ໂພສພາບ ແລະ ຂໍ້ຄວາມທີ່ອ່ານແລ້ວຫົດຫູ່ຈິດໃນການຈາກໄປຂອງອ້າຍລາຢ່າງບໍ່ມີວັນຫວນຄືນມາ ເຊິ່ງເຫຼືອໄວ້ພຽງພາບໃນອາດີດ ແລະ ຄວາມຊົງຈໍາດີໆທີ່ອ້າຍມີຕໍ່ນ້ອງສາວ ໂດຍຂໍ້ຄວາມທີ່ໂພສລົງລະບຸວ່າ :  “ຫຼັບໃຫ້ສະບາຍເດີ ຂໍໃຫ້ເຈົ້າໄດ້ຂື້ນສະຫວັນຊັ້ນຟ້າເດີຊາ ເກີດຊາດໃດຊາດໜ້າກະຂໍໃຫ້ເປັນພີ່ເປັນນ້ອງກັນຄືເກົ່າ ” ຖືກໂພສລົງໃນວັນ 26 ເມສາ 2018 ເປັນມື້ທີ່ຜູ້ເປັນອ້າຍໄດ້ຕັດສີນໃຈລາໂລກນີ້ດ້ວຍການແຂນຄໍຕົນເອງ.





ຂໍ້ມູນເບື້ອງຕົ້ນລະບຸວ່າ ຜູ້ເສຍຊີວິດແມ່ນພວມເຂົ້າພິທີແຕ່ງງານໃນວັນທີ 17 ເມສາ 2018 ແລະ ຕັດສີນໃຈແຂວນຄໍຕົນເອງຊີວິດໃນວັນທີ 26 ເມສາ 2018 ( 9 ວັນຫຼັງຈາກມື້ແຕ່ງງານ) ໂດຍສາເຫດ ແລະ ແຮງຈູງໃຈຍັງບໍ່ທັນຮູ້  ແລະ ຍັງຢູ່ໃນຂະບວນການພິສູດຫຼັກຖານຂອງເຈົ້າໜ້າທີ່.

ທີມງານ champapost.com ຂໍສະແດງຄວາມເສຍໃຈນໍາຍາດພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ໄປສູ່ພົບພູມທີ່ດີເຖີ້ນ !

© ຈໍາປາໂພສ |  www.champapost.com

_________




No comments

Powered by Blogger.