Header Ads

ລົດໃຫ່ຍຕຳລົດຈັກແລ້ວຫນີ ເສຍຊີວິດຄາທີ່ 1 ຄົນ




ແຂວງຄໍາມ່ວນ : ອີງຕາມການລາຍງານຂອງໜ່ວຍກູ້ໄພຄໍາມ່ວນວ່າ : ເວລາ 14:59 ນາທີ ຂອງວັນທີ 22/4/2018  ຢູ່ທີ່ເສັ້ນທາງເລກ 13 ບ້ານນຳ້ໂດນ ເມືອງທ່າແຂກ ໜ່ວຍໄດ້ຮັບແຈ້ງເຫດສຸກເສີນວ່າມີ ອຸປະຕິເຫດແຕ່ຍັງບໍ່ແນ່ໃຈວ່າລົ້ມເອງ ຫຼື ຕຳກັນເພາະລົດຄູ່ກໍລະນີບໍ່ເຫັນຢູ່ທີ່ຈຸດເກີດເຫດ ແຕ່ການສັນນິຖານອາດຈະແມ່ນລົດຈັກເສຍຫຼັກລົ້ມເອງແລ້ວລົດໃຫຍ່ປະທະເຂົ້າບໍລິເວນຫົວເຮັດໃຫ້ຄົນເຈັບເສຍຊີວິດຄາທີ່ ເພາະຫົວ ແລະ ສະໝອງແຕກໄປທົ່ວທຸກສາລະທິດ .






ພາຍຫຼັງສອບຖາມຜູ້ຢູ່ໃກ້ຄຽງໃຫ້ຂໍ້ມູນວ່າ ລົດທີ່ຕຳນັ້ນພາຍຫຼັງຕຳແລ້ວແມ່ນໄດ້ຫຼົບໜີ ໂດຍບໍ່ສົນໃຈຄູ່ກໍລະນີ  ແລະ ປ່ອຍໃຫ້ນອນເສຍຊີວິດແນບນິ້ງເປັນພາບຢ່າງອານາດໃຈ. 

ພາບ-ຂ່າວ: ໜ່ວຍງານອາສາກູ້ໄພແຂວງຄຳມ່ວນ
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.