Header Ads

ກອງປະຊຸມ ສາມັນຄົບຄະນະກຳມະການສູນກາງແນວ ລາວສ້າງຊາດ ຄັ້ງທີ 3 ສະໄໝທີ X




ໃນລະຫວ່າງວັນທີ 15-16 ມີນາ 2018, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ X ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ຮອງປະທານ ສູນກາງແນວລາວສ້າງຊາດ, ບັນດາຕາງໜ້າ ກະຊວງ-ອົງການ, ຕາງໜ້າອົງ ການພາຄີ ແລະ ກຳມະການສູນກາງ ແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມ, ໄດ້ຮັບຟັງການລາຍງານ ບົດສະຫລຸບຕີລາຄາ ການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ໄລຍະໜຶ່ງປີ ຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ຮັບຟັງການສະຫລຸບ ຕີລາຄາປະເມີນຜົນກ່ຽວກັບວຽກງານ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ; ຮັບຟັງການປະກອບຄຳເຫັນຂອງອົງການພາຄີ; ຮັບຟັງການປະກອບຄຳເຫັນຂອງແນວລາວສ້າງຊາດ ນະຄອນຫລວງວຽງຈັນ ແລະ ຂອງແຂວງ ຈຳນວນໜຶ່ງ; ພ້ອມທັງຮັບຟັງ ການລາຍງານກ່ຽວກັບຜົນສຳເລັດເບື້ອງຕົ້ນ ໃນການສ້າງໜັງສືພິມ ສາມັກຄີພັດທະນາ ຂອງສູນກາງແນວລາວສ້າງຊາດ ແລະ ປະກາດການແຕ່ງຕັ້ງ ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກົດໝາຍ, ພ້ອມປະກາດແຕ່ງຕັ້ງ ທົດແທນ ກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X.






ໃນໂອກາດດັ່ງກ່າວ, ທ່ານ ຄຳໃບ ດຳລັດ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຜ່ານບົດລາຍງານ ການເຄື່ອນໄຫວ ຂອງຄະນະກຳມະການ ຂອງສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ X, ເຊິ່ງທ່ານໄດ້ຍົກໃຫ້ເຫັນ ວຽກງານທີ່ພົ້ນເດັ່ນ ຂອງຄະນະກຳມະການ ສູນກາງແນວລາວສ້າງຊາດ ໃນປີ 2017 ຜ່ານມາ ເປັນຕົ້ນ ແມ່ນວຽກງານສຶກສາອົບຮົມ, ການເຕົ້າໂຮມ ແລະ ການກໍ່ສ້າງ ກ້ອນກຳລັງສາມັກຄີປອງດອງ ທົ່ວວົງຄະນະຍາດແຫ່ງຊາດ; ວຽກງານສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການແນວລາວສ້າງຊາດ ແຕ່ລະຂັ້ນ; ວຽກງານເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ປົກປັກຮັກສາຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ເອກະລັກຂອງ ແຕ່ລະຊົນເຜົ່າ; ວຽກງານປະສານສົມທົບກັບ ອົງການພາຄີ ແລະ ພາກສ່ວນຕ່າງໆ, ຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສາມສ້າງ, ບົນຈິດໃຈ ບຸກທະລຸທັງ 4 ດ້ານ; ວຽກພັດທະນາພື້ນຖານໂຄງລ່າງ ແລະ ຫັນເປັນທັນສະໄໝ ແລະ ວຽກງານການທູດປະຊາຊົນ.



© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.