Header Ads

ອະດີດປະທານປະເທດພົບປະ ແລະ ຊີ້ນຳວຽກງານຢູ່ແຂວງຈໍາປາສັກ




ວັນທີ 13 ມີນາ 2018 ຢູ່ທີ່ສະໂມສອນຫຼັກ 4 ຂອງແຂວງ ໄດ້ຈັດພິທີຕ້ອນຮັບການມາເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ແຂວງຈໍາປາສັກຂອງພະນະ ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ-ປະທານປະເທດ ແຫ່ງ ສປປ ລາວ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ປອ. ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເຈົ້າແຂວງຈໍາປາສັກ.ມີຄະນະບໍລິຫານງານພັກແຂວງ, ພະນັກງານນໍາພາ, ພະນັກງານຫຼັກແຫຼ່ງຂອງພະແນກການອ້ອມຂ້າງແຂວງ, ບັນດາເມືອງ ແລະ ສະຖາບັນການສຶກສາເຂົ້າຮ່ວມ.



ທ່ານ ປອ. ບຸນຖອງ ດີວິໄຊ ໄດ້ລາຍງານໂດຍສັງເຂບກ່ຽວກັບ ການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຂອງແຂວງ ເຊິ່ງສາມາດປະຕິບັດໃຫ້ມີຜົນສໍາເລັດໃນແຕ່ລະດ້ານ ເປັນຕົ້ນ: ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ດ້ວຍຈັງຫວະທີ່ໝັ້ນທ່ຽງໃນລະດັບ 8,12% ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຕໍ່ຄົນ 20,5 ລ້ານກີບ ຫຼື 2.488 ໂດລາສະຫະລັດ ຕໍ່ຄົນ. ໂຄງປະກອບເສດຖະກິດຫັນປ່ຽນທີ່ຕັ້ງໜ້າຄື: ຂະແໜງກະສິກໍາ-ປ່າໄມ້ ກວມ 24%, ຂະ ແໜງອຸດສາຫະກໍາກວມ 35%, ຂະແໜງບໍລິການ ກວມ 41% ຂອງ GDP. ນອກນີ້ບັນດາພື້ນຖານໂຄງລ່າງເສດຖະກິດໄດ້ຮັບການປັບປຸງແລະ ກໍ່ສ້າງຂຶ້ນໃໝ່ຫຼາຍແຫ່ງ, ການຂະຫຍາຍຕາໜ່າງໄຟຟ້າກວມ 99,84% ຂອງຈໍານວນບ້ານ, ເສັ້ນທາງສາມາດທຽວໄດ້ ທັງລະດູແລ້ງ ແລະ ລະດູຝົນ ກວມ 98%.



ໂອກາດນີ້ພະນະ ທ່ານ ຄໍາໄຕ ສີພັນດອນ ກໍ່ໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນການຊີ້ນໍາວຽກງານແຕ່ລະດ້ານໃຫ້ອໍານາດການປົກຄອງຂອງແຂວງຈໍາປາສັກ ສືບຕໍ່ນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ໂດຍສະເພາະແມ່ນບັນຫາຍຸດທະສາດການກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຊຶ່ງໃນນັ້ນໄດ້ເນັ້ນໜັກ ກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ປະຊາຊົນຢູ່ດີກິນດີ, ການສ້າງສັງຄົມນິຍົມແຕ່ຮາກຖານຂຶ້ນມາ ທັງນີ້ກໍ່ເພື່ອແນໃສ່ການສ້າງສັງຄົມນິຍົມຢູ່ປະເທດລາວ ໃຫ້ມີຄວາມສອດຄ່ອງຕາມທິດທາງລວມຄື: ການຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາຂອງພັກ ທີ່ສາມາດນໍາພາປະເທດອອກຈາກດ້ອຍພັດທະນາ ກ້າວຂຶ້ນສູ່ປະເທດພວມພັດທະນາ ແລ້ວກ້າວໄປສູ່ຈຸດໝາຍສັງຄົມນິຍົມ.


 ການກໍ່ສ້າງຍົກສູງບົດບາດຄວາມສາມາດນໍາພາຂອງອົງຄະນະພັກແຕ່ລະຂັ້ນ ໃຫ້ສາມາດປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ໄປຕາມເສັ້ນທາງສັງຄົມນິຍົມ. ການບູລະນະລະບົບອໍານາດລັດປະຊາທິປະໄຕ ປະຊາຊົນ, ອົງການຈັດຕັ້ງມະຫາຊົນໃຫ້ໜັກແໜ້ນເຂັ້ມແຂງ ຖືສິດຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບປະກັນຄວາມສະເໝີພາບ, ຄວາມຍຸຕິທໍາໃນສັງຄົມ. ສູ້ຊົນພັດທະນາທ້ອງຖິ່ນ, ຊົນນະບົດ ໂດຍອີງໃສ່ຈຸດພິເສດທ່າແຮງຂອງແຕ່ລະແຫ່ງ, ສຸມໃສ່ແກ້ໄຂໃຫ້ໄດ້ຄວາມທຸກຍາກຂອງປະຊາຊົນຢ່າງສິ້ນເຊີງ, ຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາລະຫວ່າງຊົນນະບົດ ກັບ ຕົວເມືອງ. ສ້າງເງື່ອນໄຂໃນທຸກດ້ານເພື່ອໃຫ້ທ້ອງຖິ່ນຮາກຖານມີຄວາມສາມາດພັດທະນາຕົນເອງ ກ້າວຂຶ້ນກຸ້ມຕົນເອງດ້ານການເງິນງົບປະມານ. ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຢ່າງຕັ້ງໜ້າ, ເປັນເຈົ້າການເພີ່ມທະວີຄວາມສາມາດສູ້ຮົບ ເພື່ອປົກປ້ອງປະເທດຊາດ ແລະ ປະຊາຊົນບັນດາເຜົ່າ.


ຂ່າວ-ພາບ: ຈັນທະວີສັກ ໜັງສືພິມຈໍາປາໃໝ່

© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.