Header Ads

ຂີ້ລັກ ສອງສ່ຽວເຂົ້າມາລັກລົດຈັກປະຊາຊົນຕອນກາງເວັນ ແລ້ວຫຼົບໜີ່ຢ່າງລອຍນວນ




ນະຄອນຫຼວງວຽງຈັນ : ໃນວັນທີ 28 ມີນາ 2018 ນີ້ໄດ້ມີຄົນຂີ້ລັກ 2 ຄົນມາລັກລົດຈັກແບບກາງເວັນ ໂດຍເຫດເກີດຢູ່ຫ້ອງແຖວບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຮ່ອມໂຮງຮຽນແສງດາລາ. ຂີ້ລັກ 2 ຄົນທໍາທ່າມາຈອດລົດຈັກລົມກັນ ຄ້າຍກັບຖ້າໝູ່ ແຕ່ເປັນການສັງເຫດສະຖານະການ ກ່ອນລົງມື້ໃຊ້ກະແຈຜີ ຕິດຈັກລົດແລ້ວຂີ່ຫຼົບໜີແບບລອຍນວນ. ສໍາລັບທ່ານໃດມີຂໍ້ມູນ  ຫຼື ພົບເຫັນ ຂີ້ລັກ 2 ໃນຄລີບນີ້ ຊ່ວຍແຈ້ງເຈົ້າໜ້າທີ່ດ້ວຍ (ສໍາລັບເບີເຈົ້າຂອງລົດ Tel: 20- 55947878) ເພື່ອນໍາໂຕຜູ້ກ່ຽວມາລົງໂທດຕາມລະບຽບກົດໝາຍບ້ານເມືອງ ເພື່ອໃຫ້ສັງຄົມບ້ານເຮົາໜ້າຢູ່ ແລະ ມີຄວາມປອດໄພ. 








ທີ່ມາ: Khae Khaely
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.