Header Ads

ງານບຸນມະໂຫລານກາເຟລາວຄັ້ງທີ 2 ຈະຈັດຂຶ້ນທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 6-8 ເມສາ 2018



ງານບຸນມະໂຫລານກາເຟລາວຄັ້ງທີ 2 ຈະຈັດຂື້ນທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-8 ເມສາ 2018, ທ່ານ ນາງ ບຸນເຮືອງ ລິດດັງ ປະທານສະມາຄົມກາເຟລາວ ໃຫ້ຮູ້ວ່າ: ງານບຸນມະໂຫລານກາເຟລາວຄັ້ງທີ 2 ນີ້, ຈະມີຫຼາຍກິດຈະກຳເຊັ່ນ: ວາງສະແດງຜົນຜະລິດກາເຟລາວຈາກທົ່ວປະເທດ ໂດຍຈະມີຮ້ານຜູ້ປະກອບການກາເຟລາວ ແລະ ສາກົນຈຳນວນ 40 ຮ້ານ, ແຂ່ງຂັນທັກສະການຊົງກາເຟລະດັບປະເທດ ກໍຄືແຂ່ງຂັນສີມື ແລະ ສິລະປະໃນການຊົງກາເຟ ຊຶ່ງຈັດຂຶ້ນເປັນຄັ້ງທຳອິດ ເພື່ອກຽມຄວາມ ພ້ອມ ພັດທະນາສີມືຂອງຄົນລາວກ້າວສູ່ພາກພື້ນ ແລະສາກົນ. 





ນອກຈາກນີ້ເພື່ອເຊື່ອມໂຍງກາເຟລາວເຂົ້າສູ່ຕະຫລາດ ອາຊຽນ ສະມາຄົມກາເຟລາວ ຮ່ວມກັບສະຫະພັນກາເຟອາຊຽນຍັງຈະ ຈັດກອງປະຊຸມສຳມະນາປະຈຳປີ ຂອງຄະນະກຳມະການບໍລິຫານຂອງສະຫະພັນກາເຟອາຊຽນ, ເປີດສະແດງວິຖີຊີວິດ ແລະ ຄວາມຫຼາກຫຼາຍໃນປະເພນີການຜະລິດກາເຟລາວ ຈັດສຳມະນາຂະບວນການຢັ້ງຢືນຄຸນນະພາບ ການຜະລິດກະສິກຳສະອາດ ແລະ ການແປຮູບທີ່ຖືກຫຼັກສຸຂະອະນາໄມຕື່ມອີກ. ງານບຸນມະໂຫລານກາເຟລາວຄັ້ງນີ້, ເປັນການເຜີຍແຜ່ ປະສິດທິພາບ ການແຂ່ງຂັນດ້ານຄຸນະພາບ ແລະ ການຄ້າກາເຟລາວໃຫ້ສູງຂຶ້ນ, ເປັນການເອກອ້າງຄຸນລັກສະນະພິເສດຂອງກາເຟລາວ ໃຫ້ເປັນທີ່ຮູ້ຈັກຂອງສາກົນວ່າກາເຟລາວມີຄຸນລັກະນະພິເສດ ຜະລິດຈາກດິນແດນພູໄຟເກົ່າພູພຽງບໍລະເວນປາກຊ່ອງ ມີລົດຊາດຫອມຫວນເປັນເອກະລັກ ແລະເປັນທີ່ຕ້ອງການຂອງຕະຫຼາດໂລກ. 



ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ (ວິທະຍຸກະຈາຍສຽງແຫ່ງຊາດ)
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.