Header Ads

ເປີດງານສະເຫຼີມສະຫຼອງວັນໄມ້ໂລກ ຕິດພັນກັບການທ່ອງທ່ຽວລາວ





ງານສະເຫຼີມສະຫຼອງວັນໄມ້ໂລກ ປະຈຳປີ 2018 ທີ່ ສປປ ລາວ ເປັນເຈົ້າພາບຮ່ວມກັບມູນນິທິວັນໄມ້ໂລກ ແລະ ສະມາຄົມວັດທະນະທໍາສາກົນກ່ຽວກັບໄມ້ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນຕອນບ່າຍ​ວານ​ນີ້ທີ່​ສູນ​ການ​ຄ້າ​ ລາວ​ - ​ໄອ​ເຕັກ ​ນະຄອນຫຼວງ​ວຽງ​ຈັນ ​ແລະ ຈະໄດ້ດຳເນີນ​ໄປ​ເຖິງ 31 ມີນາ 2018 ເພື່ອປູກຈິດສໍານຶກໃຫ້ເຫັນໄດ້ບົດບາດສໍາຄັນຂອງໄມ້ຢູ່ໃນໂລກ ຕິດພັນກັບການຄຸ້ມຄອງປົກປັກຮັກສາໄມ້, ການອະນຸລັກຊີວະນາໆພັນ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ,​ໂດຍ​ໃຫ້​​ກຽດ​ລັ່ນຄ້ອງ​ເປີດ​ງານ​ຂອງ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ.


ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ການຈັດງານວັນໄມ້ໂລກໃນຄັ້ງນີ້ ຍ້ອນເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຕໍ່ກັບການພັດທະນາເສດຖະກິດ - ສັງຄົມ ກໍ່ຄືການປົກປັກຮັກສາສິ່ງແວດລ້ອມ, ດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມຍືນຍົງ. ໃນປີ 2012 ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ມີມະຕິຕົກລົງກໍານົດເອົາວັນທີ 21 ມີນາຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນປ່າໄມ້ສາກົນ ຫຼື “ International Day of Forests ”, ການສະເຫຼີມສະຫຼອງວັນໄມ້ໂລກ ຫຼື “ World Wood Day ” ແມ່ນໜຶ່ງໃນບັນດາເນື້ອໃນທີ່ຕິດພັນກັບການສະເຫຼີມສະຫຼອງວັນປ່າໄມ້ສາກົນທີ່ກ່າວມາຂ້າງເທິງ ເຊິ່ງແມ່ນອົງການມູນນິທິວັນໄມ້ໂລກ ເປັນຜູ້ຄັດເລືອກ ແລະ ສະເໜີໃຫ້ບາງປະເທດເປັນເຈົ້າພາບ ຫຼື ຫຼາຍປະເທດເປັນເຈົ້າພາບຮ່ວມກັນໃນການສະເຫຼີມສະຫຼອງວັນໄມ້ໂລກ.



ການຈັດງານສະເຫຼີມສະຫຼອງນີ້ປະກອບມີ 2 ຈຸດປະສົງຕົ້ນຕໍ ຄື: ໜຶ່ງ: ເພື່ອຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໄມ້ ທີ່ເປັນຊີວະວັດຖຸຊະນິດໜຶ່ງທີ່ສາມາດທົດແທນຄືນໄດ້ ຫຼື ຟື້ນຟູຄືນໄດ້ໂດຍທໍາມະຊາດ ແລະ ມີບົດບາດຄວາມສໍາຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ ແລະ ສອງ: ເພື່ອປູກຈິດສໍານຶກໃຫ້ເຫັນໄດ້ບົດບາດສໍາຄັນຂອງໄມ້ຢູ່ໃນໂລກ ຕິດພັນກັບການຄຸ້ມຄອງປົກປັກຮັກສາໄມ້, ການອະນຸລັກຊີວະນາໆພັນ ແລະ ປ່າໄມ້ໃຫ້ມີຄວາມຍືນຍົງ.

ທ່ານກ່າວຕື່ມວ່າ: ສຳລັບເນື້ອໃນສໍາຄັນໃນການສະເຫຼີມສະຫຼອງວັນໄມ້ໂລກ ຄັ້ງນີ້ຈະປະກອບດ້ວຍງານສິລະປະການແກະສະຫຼັກ ແລະ ການຊ່ຽນໄມ້ຂອງບັນດາຊ່າງໄມ້ຈາກປະເທດຕ່າງໆ, ງານສະແດງສິລະປະດົນຕີທີ່ເຮັດດ້ວຍໄມ້ຈາກ ສປປ ລາວ ແລະ ຈາກຕົວແທນ 5 ທະວີບ, ງານປູກໄມ້ເປັນທີ່ລະນຶກ ແລະ ງານການປູກຈິດສໍານຶກໃຫ້ແກ່ນ້ອງນ້ອຍເຍົາວະຊົນໃຫ້ຮູ້ຈັກກັບຄວາມໝາຍສໍາຄັນຂອງໄມ້ ກໍ່ຄືປ່າໄມ້.


ດ້ານ ທ່ານ ສີ ຈຸງເຢີ ປະທານສະມາຄົມວັດທະນະທຳໄມ້ສາກົນ ກໍ່ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນໄມ້ໂລກ ແມ່ນຈັດເປັນປີລະຄັ້ງ ເຊິ່ງປີນີ້ກໍ່ເປັນປີທີ 6 ເພື່ອຍົກໃຫ້ເຫັນຄວາມສໍາຄັນ ແລະ ຜົນປະໂຫຍດຂອງໄມ້ ພ້ອມທັງຄວາມຮັບຜິດຊອບໃນການນໍາໃຊ້ໄມ້. ໃນແຕ່ລະປີຈະມີການອອກແບບສ້າງຄໍາຂວັນຂອງວັນໄມ້ໂລກນີ້ຂຶ້ນສະເພາະ ເພື່ອຍົກໃຫ້ເຫັນເຖິງຄວາມສໍາຄັນຂອງໄມ້ ແລະ ຄວາມສໍາພັນລະຫວ່າງໄມ້ ແລະ ມວນມະນຸດຈາກທັດສະນະ ແລະ ​ແງ່​ມູມທີ່ແຕກຕ່າງກັນ. ສໍາລັບຄໍາຂວັນຂອງວັນໄມ້ໂລກໃນປີນີ້ແມ່ນ “ ຊີວິດ ” ຫຼື “ LIVE ” ສ່ວນຈຸດສຸມຂອງຄໍໍາຂວັນນີ້ແມ່ນກ່ຽວຂ້ອງກັບບົດບາດຂອງໄມ້ ແລະ ເຄື່ອງປ່າຂອງດົງທີ່ໃຫ້ການຄໍ້າຈູນ ແລະ ອູ້ມຊູຕ່າງໆຢູ່ໃນຊີວິດປະຈໍາວັນຂອງພວກເຮົາ, ເຮັດໃຫ້ຈິນຕະນາການຂອງພວກເຮົາເກີດເປັນຈິງ ແລະ ປອບໂຍນຫົວໃຈຂອງພວກເຮົາໃຫ້ພວກເຮົາຢູ່ໄດ້ແບບສະບາຍໃຈ.

ໃນໂອກາດດຽວກັນ ທ່ານ ພັນຄຳ ວິພາວັນ ກໍ່ໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງວັນໄມ້ໂລກ ປະຈໍາປີ 2018 ທີ່ ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຮ່ວມໃນມື້ນີ້ ເຊິ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປປ ລາວ ພວມເປີດປີທ່ອງທ່ຽວລາວ ປີ 2018. ໃນນັ້ນ, ປ່າໄມ້ແມ່ນຊັບພະຍາກອນທໍາມະຊາດ ອັນລໍ້າຄ່າ ເຊິ່ງເປັນມໍລະດົກຕົກທອດຈາກບັນພະບຸລຸດຂອງພວກເຮົາ, ປ່າໄມ້ເປັນເຫງົ້າພະລັງຂອງລະບົບນິເວດທໍາມະຊາດ ແລະ ມີບົດບາດສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ - ສັງຄົມແຫ່ງຊາດໂດຍທາງກົງ ແລະ ທາງອ້ອມຕໍ່ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຕໍ່ການປ້ອງກັນການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດອັນນີ້ແມ່ນຄົນເຮົາບໍ່ສາມາດເຮັດແທນໄດ້.

ພ້ອມກັນນັ້ນ, ປ່າໄມ້້ຍັງປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດ ເຊິ່ງບໍ່ພຽງແຕ່ນໍາໃຊ້ໄມ້ເພື່ອປຸກສ້າງເຮືອນຊານເທົ່ານັ້ນ, ແຕ່ຍັງອາ​ໄສປ່າໄມ້ເປັນແຫຼ່ງທໍາມາຫາກິນ, ເປັນແຫຼ່ງຊອກຫາຢາພື້ນເມືອງ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກເປັນກ້າວໆ ແລະ ຍັງໄດ້ນໍາໃຊ້ໄມ້ເພື່ອປະດິດຄິດແຕ່ງເປັນເຄື່ອງສິລະປະດົນຕີພື້ນເມືອງຕາງໆທີ່ເປັນວັດທະນະທໍາຂອງປະຊາຊົນບັນດາເຜົ່າອີກ.

ຂ່າວ: ແສງຄໍາ; ຮູບ: ສຸກສະຫວັນ  (ນສພ ເສດຖະກິດ-ການຄ້າ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.