Header Ads

10 ກວ່າບ້ານ ໄດ້ຮັບຜົນກະທົບຈາກໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32



ເກີດເຫດໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີຈຳນວນ 10 ກວ່າບ້ານ ໄດ້ຮັບຜົນກະທົບຈາກມົນລະພິດ. ປັດຈຸບັນບັນຫາດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງພວມເລັ່ງປ້ອງກັນ ແລະ ແນະນໍາວິທີຫຼີກລ່ຽງໃຫ້ປະຊາຊົນທີ່ຢູ່ໃນບ້ານດັ່ງກ່າວ, ສ່ວນການມອດໄຟກໍໄດ້ສຸມໃສ່ຢ່າງຈິງຈັງຄາດວ່າຈະສໍາເລັດໃນໄວໆນີ້.
ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ ຫົວໜ້າຄະນະຮັບຜິດຊອບສະກັດກັ້ນ ແລະ ປ້ອງກັນຜົນກະທົບຈາກໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32, ໄດ້ຖະແຫຼງຂ່າວໃນວັນທີ 6 ມີນາ 2018 ວ່າ: ປັດຈຸບັນຄະນະກໍາມະການ ໄດ້ວັດແທກຄວັນພິດທີ່ເກີດຈາກໄຟໄໝ້ແມ່ນເກີນມາດຕະຖານຄວາມປອດໄພ, ເຊິ່ງມີ 11 ບ້ານທີ່ຖືກຜົນກະທົບເປັນຕົ້ນ: ບ້ານໜອງບົວ, ໂຄກສາ, ນາຝາຍ, ແສນອຸດົມ, ນາພອກ, ໄຜ່ລ້ອມ, ສ້າງຄອມ, ບຸນຮຽງ, ສົມສະໄໝ, ນາທາມ ແລະ ບ້ານດອນໄຮ່; ສຳລັບການປ້ອງກັນພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີການປະເມີນຄວາມສ່ຽງພ້ອມທັງວາງມາດຕະການຕອບໂຕ້ຈາກຜົນກະທົບ ໂດຍໄດ້ຈັດຕັ້ງທີມງານໂຄສະນາໃຫ້ຄວາມຮູ້ກັບພໍ່ແມ່ປະຊາຊົນກ່ຽວກັບພະຍາດ ແລະ ຜົນກະທົບຈາກສິ່ງແວດລ້ອມ. ນອກນີ້, ຍັງໄດ້ແນະນໍາໃຫ້ພໍ່ແມ່ປະຊາຊົນ ຕິດຕາມຂໍ້ມູນຂ່າວສານກ່ຽວກັບສະຖານະການຝຸ່ນລະອອງ ແລະ ຄວັນພິດທີ່ເກີດຂຶ້ນ, ສໍາລັບຜູ້ທີ່ອາໄສຢູ່ໃນເຂດໃກ້ຄຽງຈໍາເປັນຕ້ອງຢູ່ໃນເຮືອນ, ໃຫ້ໃຊ້ຜ້າອັດປາກ, ຢູ່ເໜືອລົມ, ຫຼີກລ່ຽງການຢູ່ນອກອາຄານເຮືອນ, ຄວນລ້າງມືເລື້ອຍໆ ເພື່ອບໍ່ໃຫ້ຝຸ່ນລະອອງຕິດມືເມື່ອຮັບປະທານອາຫານ ຖ້າມີອາການເກີດຂຶ້ນຕໍ່ລະບົບທາງເດີນຫາຍໃຈເປັນຕົ້ນໄອຫຼາຍ, ຫາຍໃຈຍາກ, ແໜ້ນໜ້າເອິກ, ຫົວໃຈເຕັ້ນບໍ່ປົກກະຕິ, ວິນຫົວ, ປວດຮາກ, ເມື່ອຍງ່າຍ ແລະ ມີອາການອື່ນໆ. ໂດຍສະເພາະແມ່ນຜູ້ທີ່ຢູ່ໃນກຸ່ມສ່ຽງເດັກນ້ອຍ, ແມ່ມານ, ຜູ້ອາຍຸສູງຜູ້ທີ່ມີພູມແພ້, ໂລກປະຈໍາຕົວໃຫ້ກຽມຢາໄວ້ຕະຫຼອດ ແລະ ສິ່ງສໍາຄັນຄວນໃຫ້ປຶກສາແພດ ແລະ ປິ່ນປົວໃຫ້ທັນເວລາ. ຜ່ານການກວດກາສຸຂະພາບຂອງພໍ່-ແມ່ປະຊາຊົນຢູ່ເຂດໃກ້ຄຽງເຫັນວ່າບໍ່ພົບຜູ້ມີອາການໜັກ ເຊິ່ງມີພຽງອາການຫາຍໃຈຍາກເທົ່ານັ້ນ.
ປັດຈຸບັນ, ສະໜາມຂີ້ເຫຍື້ອຖືກໄຟໄໝ້ 30 ກວ່າເຮັກຕາ ເຈົ້າໜ້າທີ່ສາມາດຄວບຄຸມໄຟໃນວົງຈໍາກັດ ແລະ ກໍາລັງລະດົມລົດນໍ້າ, ຈົກດິນຖົມຈຸດທີ່ໄຟໄໝ້ ເຊິ່ງຄາດວ່າຈະໃຫ້ສໍາເລັດໃນ 5 ວັນຕໍ່ໜ້າ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາປະມານ 12:00 ໂມງ ຂອງວັນທີ 4 ມີນາ 2018 ເຊິ່ງເກີດຈາກໄຟລາມປ່າປິວພັດເຂົ້າມາໃນສະໜາມບວກກັບສະພາບອາກາດຮ້ອນ ຈິ່ງເຮັດໃຫ້ໄຟລຸກໄໝ້ຢ່າງໄວວາບໍ່ສາມາດຄວບຄຸມໄດ້ໃນເບື້ອງຕົ້ນ.
ທີ່ມາ: Sengaloun Sayalath
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.