ປີຜ່ານມາ ລາວອະໄພຍະໂທດໃຫ້ນັກໂທດເກືອບ 2,000 ຄົນ
ກອງປະຊຸມຄະນະກຳມະການອະໄພຍະໂທດລະດັບຊາດປະຈຳປີ 2017 ໄດ້ຈັດຂຶ້ນໃນວັນທີ 7 ມີນານີ້, ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ໄດ້ຮັບຟັງລາຍງານຈາກທ່ານ ບຸນຍັງ ຈັນດາລະສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດວ່າ: ປີຜ່ານມາ, ຄະນະກຳມະການອະໄພຍະໂທດໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆເພື່ອປຶກສາຫາລືຄົ້ນຄວ້າໃຫ້ອະໄພຍະໂທດແກ່ນັກໂທດທົ່ວປະເທດທັງໝົດ 1,890 ຄົນ (ຍິງ 400 ຄົນ) ແລະ ຕ່າງປະເທດ 39 ຄົນ. ໃນນີ້, ໃຫ້ອະໄພຍະໂທດຫລຸດຜ່ອນໂທດທັງໝົດ 1,557 ຄົນ (ຍິງ 340 ຄົນ) ຕ່າງປະເທດ 33 ຄົນ ແລະ ໃຫ້ອະໄພຍະໂທດປ່ອຍຕົວຈຳນວນ 333 ຄົນ (ຍິງ 60 ຄົນ) ຕ່າງປະເທດ 6 ຄົນ, ເກັບຄ່າປັບໄໝທາງອາຍາໄດ້ 2.7 ກວ່າຕື້ກີບ, ຖອກເຂົ້າງົບປະມານ 1.2 ກວ່າຕື້ກີບ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຊີ້ໃຫ້ຄະນະກຳມະການດັ່ງກ່າວ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າວຽກງານອະໄພຍະໂທດ ແລະ ເລັ່ງປັບປຸງແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ, ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ມີປະສິດທິຜົນສູງກວ່າເກົ່າ.
ພາບ ແລະ ຂ່າວ: ນສພ ລາວພັດທະນາ
© ຈໍາປາໂພສ | www.champapost.com
_________
Post a Comment