Header Ads

ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ ຍົກລະດັບມາດຕະຖານສີມືແຮງງານ ຊ່າງໄມ້ ເຟີນິເຈີ ລະດັບ 3




ເພື່ອພັດທະນາສີມືແຮງງານ ລາວ ໃຫ້ມີຄຸນນະພາບ, ໜັກແໜ້ນເຂັ້ມແຂງ, ຮັບປະກັນໃຫ້ແຮງງານລາວມີປະລິມານ ແລະ ຄຸນນະພາບໄປພ້ອມໆກັນ, ໃນວັນທີ 12 ມີນາ 2018ນີ້, ຢູ່ທີ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫີລ, ໄດ້ັຈັດຊຸດຝຶກອົບຮົມ ສີມືແຮງງານສາຂາຊ່າງໄມ້ ເຟີນິເຈີ ລະດັບ 3 ພາຍໃຕ້ໂຄງການພັດທະນາສີມືແຮງງານໃຫ້ດ້ານຄຸນນະພາບ ຕາມມາດຕະຖານ ແລະ ການສ້າງມາດຕະຖານສີມືແຮງງານແຫ່ງຊາດ ເພື່ອການເຊື່ອມໂຍງ ປີ 2017, ພິທີດັ່ງກ່າວເປັນກຽດເຂົ້າຮ່ວມຂອງ ທ່ານ ອິນແປງ ແພງລືໄຊ ຮອງສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ, ມີບັນດາຮອງກົມພັດພັດທະນາສີມືແຮງງານ ແລະ ຈັດຫາງານ, ຄູອາຈານ ພ້ອມດ້ວຍນັກຝືກ ຈຳນວນ 14 ຄົນເຂົ້າຮ່ວມ.




ໂຄງການດັ່ງກ່າວ ຈຸດປະສົງການພັດທະນາສີມືແຮງງານ ແລະ ທົດສອບອອກໃບຢັ້ງຢືນມາດຕະຖານສີມືແຮງງານໃຫ້ແກ່ຜູ້ທີ່ຜ່ານການເຝິກ,ໃນສາຂາຊ່າງໄມ້ ຕາມຫຼັກສູດ ແລະ ເພື່ອສ້າງລາຍຮັບທີ່ເມາະສົມ, ເງິນເດືອນສູງຂື້ນ. ຊຸດຝຶກອົບຮົມຄັ້ງນີ້ ດຳເນີນເປັນ ເວລາ 5 ວັນ, 40 ຊົ່ວໂມງ.

ຂ່າວ ແລະ ຂ່າວ:  ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.