Header Ads

ອຄ ເຜີຍແຜ່ການນໍາໃຊ້ເວັບໄຊ Plaosme ໃຫ້ກັບຫົວໜ່ວຍທຸລະກິດ ແຂວງຈໍາປາສັກ




ອີງຕາມການລາຍງານຂອງ ນສພ ເສດຖະກິດ-ການຄ້າ ວ່າ :  ທ້າຍອາທິດຜ່ານມາ ຢູ່ທີ່ໂຮງແຮມ ເອລະວັນ ເມືອງປາກເຊ ແຂວງຈໍາປາສັກ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບທະນາຄານພັດທະນາອາຊີປະຈໍາ ສປປ ລາວ ໄດ້ລົງເຄື່ອນໄຫວເຜີຍແຜ່ການນໍາໃຊ້ເວັບໄຊ Plaosme ໃຫ້ກັບບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ແລະ ບັນດາແຂວງພາກໃຕ້ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ yasushi Negishi ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ, ມີບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂ້ອງຕະຫຼອດເຖິງບັນດາຜູ້ປະກອບການທັງພາກລັດ ແລະ ເອກກະຊົນພາຍໃນສີ່ແຂວງພາກໃຕ້ເຂົ້າຮ່ວມ.



ໃນກອງປະຊຸມ, ທ່ານ yasushi Negishi ໄດ້ກ່າວວ່າ: ທະນາຄານພັດທະນາອາຊີ ໄດ້ຮ່ວມມືກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຊຸກຍູ້ ແລະ ສົ່ງເສີມການພັດທະນາວິສາຫະກິດຂະໜາດນ້ອຍ – ຂະໜາດກາງ, ພາຍໃຕ້ໂຄງການພັດທະນາເອກະຊົນ ແລະ ວິສາຫະກິດຂາດໜາດນ້ອຍ ແລະ ຂະໜາດກາງ, ໃນໄລຍະສອງອົງປະກອບທີສາມ ໂດຍການພັດທະນາເວັບໄຊກໍ່ຄືເວັບໄຊ Plaosme ທີ່ໄດ້ເປີດໂຕຢ່າງເປັນທາງການໃນເດືອນສິງຫາ 2017 ທີ່ຜ່ານມາ, ເວັບໄຊດັ່ງກ່າວເປັນເວັບໄຊໜຶ່ງທີ່ເປີດໂອກາດໃຫ້ບັນດາທຸລະກິດ SME ສາມາດນໍາສະເໜີຜະລິດຕະພັນທີ່ຕົນມີເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດທີ່ກວ້າງຂວາງກວ່າເກົ່າ ໂດຍສະເພາະຕະຫຼາດອາຊຽນດ້ວຍກັນ ແລະ ອາຊຽນກັບປະເທດພາຄີ.

ປັດຈຸບັນມີຈໍານວນທຸລະກິດ SME ຈໍານວນ 118 ບໍລິສັດ ໄດ້ເຂົ້າຮ່ວມເປັນສະມາຊິກແລ້ວນັບຕັ້ງແຕ່ມື້ເປີດໂຕເວັບໄຊຈົນຮອດປັດຈຸບັນ ແລະ ລວມເປັນຕົວເລກທັງໝົດ 413 ຜະລິດຕະພັນ ເຊິ່ງປະກອບມີຫຼາຍຂະແໜງ ຄື: ຫັດຖະກໍາ, ເຂົ້າ, ກາເຟ, ຊາ, ເຟີນີເຈີ ແລະ ອັນຍະມະນີ ແລະ 72 ທຸລະກິດທີ່ລົງທະບຽນເຂົ້າຮ່ວມແມ່ນແມ່ຍິງເປັນຜູ້ບໍລິຫານ ແລະ ເປັນເຈົ້າຂອງ.

ແຫຼ່ງຂ່າວ: ນສພ ເສດຖະກິດ-ການຄ້າ

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.