Header Ads

ຄືບ​ໜ້າ 16% ​ໂຄງການ​ຕະຝັ່ງ​ເຈື່ອນ​ປາກ​ເຊ​ ກຽມຄວາ​ມພ້ອມການຈະ​ຫັນ​ເປັນ​ນະຄ​ອນຈຳປາ​ສັກ



​ໂຄງ​ການ​ກໍ່ສ້າງ​​ກັນຕະຝັ່ງ​ເຈື່ອນ​ແຄມ​ຂອງ​ທີ່​ເມືອງ​ປາກ​​ເຊ,​ ແຂ​ວງຈຳ​ປາ​ສັກ.​ ໜຶ່ງ​ໃນ​ໂຄງການທີ່​ສ້າງ​ຄວາ​ມພ້ອມການຈະ​ຫັນ​ເປັນ​ນະຄ​ອນຈຳປາ​ສັກ, ພາຍຫຼັງລົ​ງມື​ມາ ​3​ເດືອ​ນກວ່າຄືບ​ໜ້າ​ແລ້ວ 16%, ມີ​ຫຼາຍ​ຢ່າ​ງຫຍຸ້ງ​ຍາກ ​ແຕ່​ຮັບປະກັນວ່າ​ຈະ​ໃຫ້​ສຳ​ເລັດ​ຕາມ​​ແຜນ.



ທ່ານ ​ໄພທູນ ປະທຸມ​ທອງ ຜູ້ອຳນວຍການ​ບໍລິສັດ ຈຳປາ​ຄຳ ກໍ່ສ້າງ,​ ຂົວ-​ທາງ​ແລະ​ເຄຫາ​ສະຖານ ຈຳກັດ​ຜູ້​ດຽວ ກ່າວ​ວ່າ: ພວກ​ເຮົາ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ລັດຖະບານກໍຄື​ແຂວງ​ໃຫ້​​ເຂົ້າ​ມາມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ແຄມ​ຂອງທີ່​ເມຶືອງປາກ​​ເຊ,ເຊິ່ງ​ໂຄງການ​ໄດ້ສຳ​ເລັດ​ແລ້ວ 16%​​ ແລະ​​ ພວມກຳລັງ​ສຸມ​​ໃສ່​ໜ້າ​ວຽກ​ຕົ້ນຕໍທີ່​ຈະ​ເຮັດ​ໃນ​ປີ​ນີ້ໃຫ້​ສຳ​​ເລັດ​ກ່ອນລະດູ​ຝົນ,​ ​ໂດຍ​ສະ​ເພາະ​ການສ້າງ​ຕີນ​ຕະຝັ່ງ​ເຈື່ອ​ນ​ ແລະ ​ຄູນ​ຊາຍ​ຂື້ນ​ໃຫ້​​ເຕັມ ​ແລະ​ ໜ້າ​ວຽກ​ອື່ນໆ​ທີ່​ຕິດ​ພັນ​ເຊິ່ງຄາດ​ວ່າ​​ຈະ​ໃຫ້​ສຳ​ເລັດ​ຕາມ​ແຜນ​ຂອງໂຄງການ.



ວິຊາ​ການ​ຊີ້​ນຳ​ປະຈຳ​ພາກ​ສະໜາມ​ ກ່າວ​ວ່າ: ພວກ​ເຮົາ​ໄດ້​ລົງມື​ກໍ່ສ້າງ​ມາ​ແຕ່​ທ້າຍ​ປີ​2017 ຜ່ານ​ການ​ກໍ່ສ້າງ​ແມ່ນ​ມີຄວາມ​ຫຍຸ້ງ​ຍາກ​ຫຼາຍ​ໂດຍ​ສະ​ເພາະ​ການ​ຍົກ​ຍ້າຍ​ສິ່ງ​ກີດຂວາງ​ຕ່າງໆ​ຫຼ້າ​ຊ້າ, ວັດຖຸ​ດິບ​ທີ່​ນຳ​ມາ​ໃຊ້​ແມ່ນ​ຫິນ​ພູ​ກໍ່​ຢູ່​ຫ່າງ​ຈາກ​ຈຸດ​ກໍ່​ສ້າງ​ຫຼາຍ​ເຮັດ​ໃຫ້ການ​ຂົນ​ສົ່ງຫຍຸ້ງຍາກ​​ ​ເພາະ​ຄວາມ​ຕ້ອງການຫີນ​ພູ​ມາ​ຮັບ​ໃຊ້​ນີ້​ຫຼາຍ​ແສ​ນ​ໂຕນ ແລະ​ຊາຍກໍຕ້​ອງການ​ຫຼາຍ​ແສນ​​ແມັດ​ກ້​ອນ ​ເຊິ່ງຕ້ອງ​ໄດ້​ດູດ​ຂຶ້ນ​ມາ​ແຕ່​ກາງນໍ້າຂອງ​ໂດຍ​ນຳ​ໃຊ້​ເຮືອ​ຂົນ​ສົ່ງຂື້ນ​ມາ​ຕະຝັ່ງ, ນອກຈາກ​ນີ້ ຈຸດ​ກໍ່ສ້າງ​ກໍເປັນ​ຈຸດ​ຕົວ​ເມືອງ​ນັບ​ຈາກ​ກິ​ໂລ​ແມັ​ດສູ​ນ​ແຕ່​ທ່າ​ສາລາ​ຄຳ​ຫາ​ສາມ​ແຍກ​ຕະຫຼາດ​ດາວ​ເຮືອງ,​ ຍາວ 2,3 ກິ​ໂລ​ແມັດ ​ເຮັດ​ໃຫ້ການ​ສັນຈອນ​ໄປ​-ມາຂອງ​ລົດ​ຂົນ​ສົ່ງວັດ​ສະດຸ​ຕ່າງ​ໆ​ຫຍຸ້ງຍາກ​ສັບສົນຍ້ອນ​ມວນ​ຊົນ​ຍັງ​ນຳ​ໃຊ້​ເສັ້ນທາງ​ດັງ​ກ່າວ​ນີ້​ຢູ່.


​ແນວ​ໃດ​ກໍ່ຕາມ, ​ໂຄງການ​ນີ້​ເປັນ​ໂຄງການ​ພັດທະນາ​ທີ່​ມີຄວາມສຳຄັນ ຕໍ່​ວຽກ​ງານ​ການທ່ອງທ່ຽວ​ກໍ່​ຄື​ສ້າງ​​ເປັນ​ບ່ອນ​ຮອງ​ຮັບ​ການ​ຈັດ​ກິດຈະກຳ​ຕ່າງ​ໆ​ຂອງ​ແຂວງ, ​ເປັນ​ບ່ອນ​ສາທາລະນະ, ສ້າງ​ສິ່ງ​ຕ້ານ​​ໄພ​ທຳມະ​ຊາດທີ່​ອາດ​ຈະ​ເກີດ​ຂຶ້ນທີ່​ສຳຄັນ​ກໍຄື​ກະກຽມ​ການ​ຫັນ​ເປັນນະ​ຄອນ​ຈຳປາ​ສັກ​ໃນ​ອະນາຄົດ​ໃຫ້​ປະສົບ​ຜົນສຳ​ເລັດ.​



ພາບ ແລະ ຂ່າວ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.